ໃນໂອກາດບຸນກຸດສົງການປີໃໝ່ລາວ ພສ. 2551 ທີ່ໄດ້ໝູນວຽນມາເຖິງນີ້, ກະຊວງການ ຕ່າງປະເທດ ແລະ ຄະນະພົວ ພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີສະເລີມສະຫລອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຂຶ້ນ ໃນວັນທີ 18 ເມສາ 2008 ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ITCT) ຫັກ 5 ໂດຍມີບັນ ດາ ທູຕານຸທູດ ແລະ ຜູ້ຕາງໜ້າອົງການ ຈັດຕັ້ງສາກົນປະຈໍາລາວ ເຂົ້າຮ່ວມ ເປັນກຽດເຂົ້າຮ່ວມໃນພິທີອັນສິລິມຸງຄຸນນີ້ ມີທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ມີບັນດາທ່ານລັດຖະມົນຕີຊ່ວຍວ່າການ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍບັນດາພະນັກງານອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ພະນັກງານບໍານານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ໄດ້ມີການບາສີສູ່ຂວັນ ເພື່ອອວຍພອນໄຊໃຫ້ແກ່ຄະນະນໍາກະຊວງ ຈົ່ງມີອາຍຸໝັ້ນ ຂວັນຍືນ, ມີຄວາມຜາສຸກ, ມີພະລານາໄມສົມບູນ ປາສະຈາກໂລກໄພໄຂ້ເຈັບ ແລະ ສືບຕໍ່ວຽກງານການຕ່າງປະເທດ ໃຫ້ໄດ້ຮັບຜົນສໍາເລັດອັນຍິ່ງໃຫຍ່ກວ່າເກົ ່າ.
ໃນໂອກາດນີ້, ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວຄໍາຊົມເຊີຍ ການປະຕິບັດວຽກງານການຕ່າງ ປະເທດໃນປີທີ່ຜ່ານມາ, ຈາກນັ້ນທ່ານກໍໄດ້ກ່າວອວຍພອນປີໃໝ່ແກ່ຜູ້ອາວຸໂສ, ພະນັກງານບໍານານ, ພະນັກ ງານລັດຖະກອນ ແລະ ທູຕານຸທູດຕ່າງປະເທດ ປະຈໍາລາວ ເນື່ອງໃນໂອກາດປີໃໝ່ນີ້ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນປະຕິບັດໜ້າທີ່ຂອງຕົນ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
|
_______________________________________________________________________________________________ ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |

