ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ພະນະທ່ານຮອງນາຍົກ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ອີຢູ ຄັ້ງທີ 17 ວັນທີ 27-28 ພຶດສະພາ ທີ່ ພະນົມເປັນ

ພະນະທ່ານ ດຣ.ທອງລຸນ ສີສຸດລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໄດ້ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ອີຢູ ຄັ້ງທີ 17 ​ໃນລະຫວ່າງວັນທີ 27-28 ພຶດສະພາ 2009, ທີ່ ພະນົມເປັນ ພາຍໃຕ້ການເປັນປະທານຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດກຳປູເຈຍແລະ ປະທານຮ່ວມຈາກ ສ.​ເຊັກ.

ກອງປະຊຸມຄັ້ງນີ້, ​ໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືໃນຂອບ ອາຊຽນ-ອີຢູໃນໄລຍະຜ່ານມາ ພ້ອມທັງກຳນົດທິດທາງການຮ່ວມມື ໃນອະນາຄົດ. ທັງສອງຝ່າຍຍັງໄດ້ປຶກສາຫາລືສະພາບການຢູ່ສອງພາກພື້ນແລະແລກປ່ຽນຄຳເຫັນຕໍ່ສະພາບການໃນພາກພື້ນແລະ ສາກົນທີ່ມີຄວາມເປັນຫ່ວງເປັນໃຍຮ່ວມກັນໂດຍສະເພາະການແກ້ໄຂວິກິດການເງິນໂລກເຊິ່ງຈຸດໜັກແມ່ນສະເໜີບໍ່ໃຫ້ນຳໃຊ້ນະໂຍບາຍ ປົກປ້ອງຕະຫລາດພາຍໃນ.

ພ້ອມດຽວກັນນີ້, ອີຢູ ຍັງໄດ້ໃຫ້ຄວາມໝັ້ໝາຍທີ່ຈະສະໜັບສະໜູນການເຊື່ອມໂຍງ ແລະ ການສ້າງປະຊາຄົມອາຊຽນ ໂດຍຈະໃຫ້ການ ຊ່ວຍເຫລືອໃນການຈັດຕັ້ງຜັນຂະຫຍາຍກົດບັດອາຊຽນ ໂດຍເນັ້ນໃສ່ຜັນຂະຫຍາຍ 3 ເສົາຄ້ຳ ແລະ ແຜນງານ IAI ​ໄລຍະ 2.

ຝ່າຍອີຢູ ຍັງໄດ້ໃຫ້ຄວາມສົນໃຈຕໍ່ຫລາຍບັນຫາສຳຄັນແລະ ລະອຽດອ່ອນເຊັ່ນ: ບັນຫາສິດທິມະນຸດແລະ ປະຊາທິປະໄຕໂດຍສະເພາະແມ່ນເພີ່ມຄວາມສົນໃຈການຮ່າງພາລະບົດບາດ (TOR) ຂອງໜ່ວຍງານສິດທິມະນຸດອາຊຽນແລະ ການສ້າງກົນໄກແກ້ໄຂຂໍ້ຂັດແຍ່ງຂອງອາຊຽນ, ພິເສດແມ່ນໄດ້ເນັ້ນໃສ່ບັນຫາສະພາບການໃນ ມຽນມາແລະ ການທົດລອງອາວຸດນິວເຄຣຍແລະ ລູກສອນໄຟໃນໄລຍະໃກ້ຂອງ ສປປເກົາຫລີ. ນອກນີ້, ຝ່າຍອີຢູ ຍັງມີຄວາມສົນ​​ໃຈຢາກເຂົ້າມາມີສ່ວນຮ່ວມໃນກິດຈະກຳຂອງ ກອງປະຊຸມອາຊີຕາເວັນອອກ (EAS).

 ຄະນະຜູ້ແທນເຮົາ ກໍ່ໄດ້ປະກອບສ່ວນຄຳຄິດຄຳເຫັນໃນຖານະເປັນຜູ້ສະເໜີບັນຫາການຄ້ຳປະກັນສະບຽງອາຫານແລະ ພະລັງງານໂດຍໄດ້ເນັ້ນໃສ່ສົ່ງເສີມການຜະລິດແລະ ນຳໃຊ້ພະລັງງານທີ່ບໍ່ບົກແຫ້ງແລະ ບໍ່ເປັນພິດຕໍ່ສິ່ງແວດລ້ອມເປັນຕົ້ນພະລັງງານໄຟຟ້ານ້ຳຕົກ, ພະລັງງານຊີວະພາບແລະ ພະລັງງານແສງຕາເວັນ. ພິເສດແມ່ນຄະນະຜູ້ແທນລາວມີຄວາມເຫັນ ກ່ຽວກັບ ບັນຫາສິດທິມະນຸດໂດຍໄດ້ຊີ້ແຈ້ງໃຫ້ເຫັນສະພາບຈຸດພິເສດແລະເງື່ອນໄຂຕົວຈິງຂອງອາຊຽນ ອັນໄດ້ເຮັດໃຫ້ ຝ່າຍອີຢູ ມີຄວາມເຂົ້າໃຈ ອາຊຽນ ຫລາຍຂຶ້ນ.

ກອງປະຊຸມລັດຖະມົນຕີ ອາຊຽນ-ອີຢູ ຄັ້ງທີ 17 ນີ້, ​ໄດ້ບັນລຸຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ໂດຍມີ 3 ​ເອກະສານທີ່ສຳຄັນຮ່ວມກັນ ຄື: 1. ບັນດາລັດຖະມົນຕີໄດ້ລົງນາມ​​ໃນຖະແຫລງການເພື່ອອະນຸຍາດໃຫ້ ອີຢູ  ​ເຂົ້າເປັນພາຄີສົນທິສັນຍາໄມຕີຈິດແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ພາຍຫລັງທີ່ທຸກພາຄີໄດ້ສັດຕະຍາບັນດັດ​​ແກ້ TAC ສະບັບ 3; 2. ບັນດາລັດຖະມົນຕີໄດ້ຮັບຮອງເອົາແຜນງານພະນົມເປັນເພື່ອຈັດຕັ້ງຜັນຂະຫຍາຍຖະແຫລງການ ນູເຣັມເບີກ ສຳລັບສົກປີ 2009-2010; 3. ປະທານຮ່ວມໄດ້ອອກຖະແຫລງການຮ່ວມຂອງຕົນໂດຍໄດ້ກວມເອົາເນື້ອໃນຈິດໃຈທີ່ກອງປະຊຸມໄດ້ປຶກສາຫາລືແລະ ຕົກລົງກັນ.

ພ້ອມກັນນັ້ນ, ຄະນະຜູ້ແທນລາວ ກໍ່ໄດ້ມີການພົບປະສອງຝ່າຍກັບຄະນະຜູ້ແທນໂປໂລ, ອັງກິດ, ບຸນກາລີ, ອີຕາລີ, ລິດຕູອາເນຍແລະ ສະໂລເວເນຍ ​​ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມືສອງຝ່າຍ.

ນອກນັ້ນ ​, ບັນດາຫົວໜ້າຄະນະຜູ້ແທນຂອງປະເທດອາຊຽນແລະ ອີຢູ ທັງໝົດກໍ່ໄດ້ເຂົ້າເຝົ້າ ພະບາດສົມເດັດໂນໂຣດົມ ສີຫາໂມນີ, ​ພະມະຫາເຈົ້າຊີວິດແຫ່ງ ຣາຊະອານາຈັກກຳປູເຈຍ.

 

 

 

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la