ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວເດີນທາງໄປຮ່ວມກອງປະຊຸມສຸດຍອດເພື່ອສະຫລອງການພົວພັນ ອາຊຽນ-.​ເກົາຫລີ ຄົບຮອບ 20 ປີ

ໃນວັນທີ 30 ພຶດສະພາ 2009, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ນຳໂດຍພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕ ແຫ່ງ ສປປ ລາວ ອອກເດີນທາງໄປຮ່ວມກອງປະຊຸມສຸດຍອດເພື່ອສະຫລອງການພົວພັນ ອາຊຽນ-.​ເກົາຫລີ ຄົບຮອບ 20 ປີ ທີ່ເກາະເຈຈູ, .​ເກົາຫລີ ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 1-2 ມິຖຸນາ 2009. ​ໃນໂອກາດນີ້, ພະນະທ່ານນາຍົກລັດຖະມົນຕີ​​ເຮົາ ຍັງຈະໄດ້ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ບໍລິຫານທຸລະກິດສູງສຸດຂອງ ອາຊຽນແລະ .​ເກົາຫລີແລະ ການພົບປະສອງຝ່າຍລະຫວ່າງ ສປປ ລາວ ກັບ ລັດຖະບານ .​ເກົາຫລີ.

ກອງປະຊຸມສຸດຍອດເພື່ອສະຫລອງການພົວພັນ ອາຊຽນ-.​ເກົາຫລີໃນຄັ້ງນີ້, ​ແມ່ນມີຄວາມໝາຍສຳຄັນສຳລັບ ອາຊຽນແລະ .​ເກົາຫລີເພາະເປັນກອງປະຊຸມສຸດຍອດຂອງບັນດາຜູ້ນຳສູງສຸດທັງສອງຝ່າຍເພື່ອທົບທວນຄືນ ກ່ຽວກັບ ການສ້າງຕັ້ງການພົວພັນ ອາຊຽນ-.​ເກົາຫລີ ຕະຫລອດໄລຍະສອງທົດສະຫວັດທີ່ຜ່ານມາແລະ ນອກນີ້, ຍັງມີກອງປະຊຸມສຸດຍອດເພື່ອພົບປະລະຫວ່າງບັນດາຜູ້ນຳສູງສຸດ ອາຊຽນ ກັບບັນດາຜູ້ບໍລິຫານທຸລະກິດສູງສຸດເຊິ່ງຈະໄດ້ຈັດຂຶ້ນໃນໂອກາດດຽວກັນ.

ກອງປະຊຸມສຸດຍອດດັ່ງກ່າວ, ຍັງເປັນໂອກາດດີໃຫ້​​ແກ່ຜູ້ນຳ ອາຊຽນແລະ ຜູ້ນຳ .​ເກົາຫລີ ຮ່ວມກັນທົບທວນຄືນຜົນສຳເລັດແລະ ຂໍ້ຄົງຄ້າງຕ່າງໆຂອງການຮ່ວມມື ອາຊຽນ-.​ເກົາຫລີໃນໄລຍະ 20 ປີຜ່ານມາແລະ ວາງທິດທາງການຮ່ວມມືໃນ​​ອະນາຄົດໃຫ້ສອດຄ່ອງ ກັບສະພາບຄວາມເປັນຈິງຂອງພາກພື້ນແລະ ສາກົນ. ອັນສຳຄັນຍິ່ງແມ່ນບັນດາຜູ້ນຳຂອງທັງສອງຝ່າຍຈະໄດ້ຖືເອົາໂອກາດນີ້ ສືບຕໍ່ປຶກສາ ຫາລືເພື່ອຫາວິທີທາງແກ້ໄຂບັນຫາທ້າທາຍຕ່າງເຊັ່ນ: ການແກ້ໄຂບັນຫາຜົນກະທົບທີ່ເກີດຈາກວິກິດການເສດຖະກິດແລະ ການເງິນໂລກ, ການຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ບັນຫາພາກພື້ນແລະ ສາກົນອື່ນໆທີ່ມີ ຄວາມສົນໃຈຮ່ວມກັນ.

ກອງປະຊຸມສຸດຍອດ ອາຊຽນ-.​ເກົາຫລີ ຄັ້ງນີ້, ຍັງເປັນໂອກາດສຳຄັນສຳລັບ ສປປ ລາວເພື່ອສືບຕໍ່ໂຄສະນາເຜີຍແຜ່​ນະ​ໂຍບາຍ ການຕ່າງປະເທດແຫ່ງສັນຕິພາບ, ​ເອກະລາດ, ມິດຕະພາບ​ ​ແລະ ການຮ່ວມມືແລະ ເຜີຍແຜ່ນະໂຍບາຍການລົງທຶນໃນ ສປປ ລາວ. ພ້ອມດຽວກັນນີ້, ກໍ່ເປັນການຍົກຖານະບົດບາດຂອງ ສປປ ລາວໃນເວທີພາກພື້ນແລະ ສາກົນໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ ທັງເປັນການເປີດໂອກາດໃຫ້ ສປປ ລາວ ຍາດແຍ່ງການຊ່ວຍເຫລືອ ກໍ່ຄືການຂົນຂວາຍທຶນຈາກບັນດາປະເທດສະມາຊິກ ອາຊຽນແລະ .​ເກົາຫລີ ທັງໃນຂອບສອງຝ່າຍແລະໃນຂອບຫລາຍຝ່າຍເພື່ອມາຈັດຕັ້ງປະຕິບັດກິດຈະກຳການຮ່ວມມືຕ່າງໆ ​​ເພື່ອປະກອບສ່ວນ ເຂົ້າໃນການແກ້ໄຂບັນຫາ​​ທ້າທາຍຫລາຍປະການແລະ ຍັງເປັນການຊຸກຍູ້ໃຫ້ .​ເກົາຫລີເພີ່ມທະວີການຊ່ວຍເຫລືໃຫ້​​ແກ່ ອາຊຽນໃນການຮັດແຄບຄວາມແຕກໂຕນດ້ານການພັດທະນາແລະໂຄງການຕ່າງໆຂອງຂໍ້ລິເລີ່ເພື່ອການເຊື່ອມໂຍງ ອາຊຽນ (IAI) ​ໄລຍະທີ 2 ​ເພື່ອໃຫ້ບັນລຸເປົ້າໝາຍ ກໍ່ຄືການສ້າງປະຊາຄົມອາຊຽນໃຫ້ສຳເລັດໃນປີ 2015 ຕາມທີ່ກຳນົດໄວ້.

 

 

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la