ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ລັດຖະມົນຕີກະຊວງການຕ່າງປະເທດ ຊົມເຊີຍຄູ່ຮ່ວມຕຳແໜ່

ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວໄດ້ສະແດງຄວາມຊົເຊີຍອັນອົບອຸ່ນແລະ ພອນໄຊອັນປະເສີດຜ່ານໂທລະເລກເຖິງພະນະທ່ານໂສມານາຮາລີ ມາເລຮາ ຄຣິສນາ, ລັດຖະມົນຕີກະຊວງກິດຈະການຕ່າງປະເທດແຫ່ງ ສ.ອິນເດຍໃນໂອກາດທີ່ພະນະທ່ານໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີ ກະຊວງກິດຈະການຕ່າງປະເທດແຫ່ງ ສ.ອິເດຍ ຈົ່ງມີພະລານາໄມທີ່ສົມບູນ, ມີຄວາມຜາສຸກແລະ ປະສົບຜົນສຳເລັດໃນການດຳເນີນ ພາລະກິດອັນສູງສົ່ງຂອງພະນະທ່ານ.

ຂ້າພະເຈົ້າຫວັງວ່າຈະໄດ້ຮ່ວມມືກັບພະນະທ່ານໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບແລະ ການຮ່ວມມືທີ່ດີລະຫວ່າງ ສອງປະເທດພວກເຮົາເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວແລະ ອິນເດຍ ກໍ່ຄືພາລະກິດເພື່ອສັນຕິພາບ, ສະຖຽນລະພາບແລະ ການຮ່ວມມືພັດທະນາໃນພາກພື້ນແລະໃນໂລກ.

 

 

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la