|
|
|
ຜູ້ນຳເຮົາອວຍພອນວັນຊາດ ສ.ປ ຈີນ
ບັນດາສະຫາຍທີ່ຮັກແພງ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ຈີນ ຄົບຮອບ 59 ປີ ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສປປ ລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງສົ່ງຄວາມຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງບັນດາສະຫາຍ ແລະ ໂດຍຜ່ານບັນດາສະຫາຍໄປຍັງຄະນະກຳມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ສະພາຜູ້ແທນ ປະຊາຊົນທົ່ວປະເທດແຫ່ງ ສ.ປ ຈີນ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນຫນ້າ. ຕະຫລອດໄລຍະ 59 ປີທີ່ຜ່ານມາ, ປະຊາຊົນຈີນອ້າຍນ້ອງຜູ້ດຸຫມັ່ນຂະຫຍັນພຽນ ໂດຍພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດຈີນ ໄດ້ສືບຕໍ່ຍົກສູງຄັນທຸງ ສ້າງສັງຄົມນິຍົມທັນສະໄຫມທີ່ມີສີສັນແບບຈີນ ຕາມທິດສະດີແນວຄິດ 3 ຕົວແທນນັ້ນ ສາມາດຍາດເອົາຜົນສຳເລັດອັນໃຫຍ່ຫລວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດມາໄດ້ຢ່າງຕໍ່ເນື່ອງ ອັນໄດ້ເຮັດໃຫ້ກຳລັງແຮງສັງລວມຂອງ ສາທາລະນະລັດ ປະຊາຊົນຈີນ ສືບຕໍ່ເຕີບໃຫຍ່ເຂັ້ມແຂງ; ສະຖຽນລະພາບ ທາງການເມືອງໄດ້ຮັບການພັດທະນາຢ່າງຫນັກແຫນ້ນ, ເສດຖະກິດຂະຫຍາຍຕົວດ້ວຍຈັງຫວະທີ່ວ່ອງໄວ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ ແລະ ພິເສດພາຍຫລັງຜົນສຳເລັດອັນຍິ່ງໃຫຍ່ ໃນການເປັນເຈົ້າພາບຈັດມະຫາກຳກິລາໂອລິມປິກປັກກິ່ງ 2008 ອິດທິພົນ, ບົດບາດ ແລະ ຊື່ສຽງຂອງ ສ.ປ ຈິນ ຍິ່ງສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງ ແລະ ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຫມັ້ນຄົງຂອງພາກພື້ນ ແລະ ຂອງໂລກ. ໃນນາມພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຍິ່ງໃຫຍ່ ແລະ ສະຫງ່າງາມທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ນັ້ນຢ່າງສຸດອົກສຸດໃຈ ແລະ ຂໍຖືໂອກາດນີ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ ແລະ ລໍ້າຄ່າໃນພາລະກິດຕໍ່ສູ້ກູ້ຊາດຂອງປະຊາຊົນລາວໃນເມື່ອກ່ອນກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກຂ້າພະເຈົ້າໃນປະຈຸບັນ. ພວກຂ້າພະເຈົ້າ ມີຄວາມເຊື່ອຫມັ້ນຢ່າງຫນັກແຫນ້ນວ່າໂດຍຢຶດຫມັ້ນນະໂຍບາຍຖານບ້ານໃກ້ເຮືອນຄຽງ ທີ່ໄວ້ເນື້ອເຊື່ອໃຈກັນ ແລະ ກັນ, ການເປັນຫມູ່ເພື່ອນທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີນຳກັນ ຍິ່ງຈະເຮັດໃຫ້ສາຍພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ ແລະ ຈີນ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງຫນັກແຫນ້ນ ແລະ ຫມັ້ນຄົງ ຕະຫລອດໄປ. ເນື່ອງໃນໂອກາດອັນສະຫງ່າລາສີ ແລະ ມີຄວາມຫມາຍສຳຄັນນີ້, ພວກຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດຈີນ ເຊິ່ງມີສະຫາຍເລຂາທິການໃຫຍ່ ຮູຈິນທາວ ເປັນແກນນຳນັ້ນ ຈົ່ງໄດ້ຮັບໄຊຊະນະໃຫມ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສັງຄົມນິຍົມທີ່ສົມສ່ວນກົມກຽວ ຕາມສີສັນສະເພາະຂອງຈີນ ໃຫ້ຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນຂຶ້ນໄປເລື້ອຍໆ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດລາວ ແລະ ຈີນ ຈົ່ງຫມັ້ນຄົງຂະຫນົງແກ່ນຕະຫລອດກາລະນານ. ຂໍອວຍພອນໃຫ້ບັນດາ ສະຫາຍຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດອັນໃຫມ່ ໃຫຍ່ຫລວງກວ່າເກົ່າ ໃນຫນ້າທີ່ອັນມີກຽດ ແລະ ສູງສົ່ງຂອງພວກສະຫາຍ. ພ້ອມກັນນີ້, ສະຫາຍ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງສະຫາຍ ຢາງເຈຍສື, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປ ຈີນ ເນື່ອງໃນໂອກາດວັນຊາດແຫ່ງ ສປ ຈີນເຊັ່ນດຽວກັນ. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |