ຜູ້ນຳເຮົາສົ່ງສານອວຍພອນຜູ້ນຳ ອີຕາລີ
ໃນວັນທີ 2 ມິຖຸນາ 2009, ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງພະນະທ່ານ ຈີອໍຈີໂອ ນາໂປລີຕາໂນ, ປະທານາທິບໍດີແຫ່ງ ສ.ອີຕາລີ ທີ່ກຸງໂຣມ ຊຶ່ງສານມີເນື້ອໃນສຳຄັນວ່າ: ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສ.ອີຕາລີ, ໃນນາມລັດຖະບານແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນອີຕາລີເພື່ອນມິດທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ວັດທະນາຖາວອນ.
ຂ້າພະເຈົ້າຫວັງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ຂະຫຍາຍຕົວ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ.
ໃນໂອກາດດຽວກັນ, ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ພະນະທ່ານ ຊິນວີໂອ ແບລຸສໂກນີ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ຟຣັງໂກ ຟຣັດຕິນີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສ.ອີຕາລີ ຕາມລຳດັບເຊັ່ນດຽວກັນ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la