ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ເອກອະທິບໍດີ ອົງການອະນາໄມໂລກ
ໃນວັນທີ 2 ມິຖຸນາ 2009, ຢູ່ກະຊວງການຕ່າງປະເທດ, ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງພະນະທ່ານ ດຣ.ຊິນ ຢຸງ ຊູ, ເອກອະທິບໍດີ ອົງການອະນາໄມໂລກ ປະຈຳພາກພື້ນປາຊີຟິກຕາເວັນຕົກ ໃນໂອກາດທີ່ທ່ານພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 1-5 ມິຖຸນານີ້.
ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ພະນະທ່ານ ດຣ.ຊິນ ຢຸງ ຊູ ໃນໂອກາດທີ່ທ່ານໄດ້ຮັບການເລືອກຕັ້ງໃຫ້ເປັນເອກອະທິບໍດີຄົນໃໝ່ຂອງອົງການອະນາໄມໂລກ ປະຈຳພາກພື້ນປາຊີຟິກຕາເວັນຕົກ ແຕ່ເດືອນກຸມພາເປັນຕົ້ນມາ, ພ້ອມທັງສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນດັ່ງກ່າວ ກໍ່ຄືຫ້ອງການ ອົງການອະນາໄມໂລກ ປະຈຳພາກພື້ນ ທີ່ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫລືອແກ່ຂະແໜງການສາທາລະນະສຸກແກ່ ສປປ ລາວ ຕະຫລອດ ມາ,ໂດຍສະເພາະການຊ່ວຍເຫລືອໃນປີ 2009 ນີ້ ແມ່ນມີມູນຄ່າເພີ່ມຂຶ້ນທຽບໃສ່ປີຜ່ານມາ. ການຊ່ວຍເຫລືອດັ່ງກ່າວ, ໄດ້ປະກອບສ່ວນ ປັບປຸງເຮັດໃຫ້ລະບົບສາທາລະນະສຸກ ແລະ ການບໍລິການດ້ານສຸຂະພາບຢູ່ ສປປ ລາວ ມີຄຸນັນະພາບດີຂຶ້ນ.
ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຫວັງວ່າການຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ ສປປ ລາວ ຂອງຄະນະຜູ້ແທນອົງການອະນາໄມໂລກ ຈະສືບຕໍ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອະນາໄມໂລກນັບມື້ ເພີ່ມທະວີຂຶ້ນ.
ໂອກາດດັ່ງກ່າວ, ທ່ານເອກອະທິບໍດີ ອົງການອະນາໄມໂລກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ພ້ອມທັງ ຢືນຢັນວ່າໃນວາລະທີ່ດຳລົງຕຳແໜ່ງສຳຄັນນີ້ ທ່ານຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະກັບການຮັບມືກັບພະຍາດຮ້າຍແຮງທີ່ພວມສ້າງຜົນກະທົບໃຫ້ແກ່ປະຊາຊົນໃນພາກພື້ນ ແລະ ໃນໂລກ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la