ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ລາວ-ຫວຽດນາມ ຮັດແໜ້ນການຮ່ວມມື​​ໃນ​ດ້ານວຽກງານຕ່າງປະເທດ

     ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ສສ.ຫວຽດນາມ (ແຂວງເທືອທຽນເຫວ້ແລະ ນະຄອນດານັງ) ​ໃນລະຫວ່າງວັນທີ 26-29 ກໍລະກົດ 2009, ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນແລະ ສົມກຽດຈາກຄະນະນຳຂັ້ນສູງຂອງ ສສ.ຫວຽດນາມ.

      ການຢ້ຽມຢາມຄັ້ງນີ້ໄດ້ດຳເນີນ​ພາຍ​ໃຕ້​ບັນຍາ​ກາດ​ທີ່ສ້າງສັນແລະເປັນມິດສະຫາຍ​ອ້າຍ​ນ້ອງ​ລະຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວແລະ ສູນກາງພັກກອມມູນິດຫວຽດນາມ ຄັ້ງ​ທີ່ 5. ໃນ​​ໂອກາດ​ດັ່ງກ່າວໄດ້ຈັດໃຫ້ມີການແຂ່ງຂັນຕີ​ດອກ​ປີກ​ໄກ່​ມິດຕະພາບຮ່ວມກັນໂດຍມີທ່ານໂຮ່ຊ້ວນມານ, ກຳມະການສູນກາງພັກ, ​ເລຂາພັກແຂວງເທືອທຽນເຫວ້ ທີ່ໄດ້​​ໃຫ້ການຕ້ອນຮັບຢ່າງອົບອຸ່ນຖານມິດສະຫາຍອ້າຍນ້ອງ. ​ໃນ​ຂະນະ​ດຽວ​ກັນກໍ່ໄດ້ມີການປະດັບຫລຽນກາທີ່ລະນຶກພາລະກິດການຕ່າງປະເທດຂອງສູນກາງພັກຂອງຄະນະພົວພັນຕ່າງປະທດສູນກາງພັກກອມມູນິດ ຫວຽດນາມໃຫ້ແກ່ຄະນະຜູ້ແທນຂັ້ນສູງຂອງ ຄະນະພົວພັນສູນກາງພັກ ປປ ລາວ.

        ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ດຣ.ທອງລຸນ ກໍ່ໄດ້ນຳພາຄະນະສືບຕໍ່ຢ້ຽມຢາມ ນະຄອນດານັງແລະ ຕາງໜ້າໃຫ້ລັດຖະບານ ສປປ ລາວ ປະດັບຫລຽນໄຊມິດຕະພາບ, ຫລຽນໄຊແຮງງານ, ຫລຽນກາມິດຕະພາບຂອງລັດຖະບານແຫ່ງ ສປປ ລາວໃຫ້ແກ່ກົມກອງ​ ​ແລະ ບຸກຄົນທີ່ດີເດັ່ນຂອງດານັງ ທີ່ມີຜົນງານປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດແລະ ການຮ່ວມມື ຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ, ​ເຊິ່ງໃນງານສ້າງສັນນີ້ໄດ້ມີພະນັກງານຂັ້ນສູງທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

  

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la