ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ສປປ ລາວ ແລະ ສ.ເກົາຫລີ ລົງນານສັນຍາ
ຍົກເວັ້ນວີຊາການທູດ ແລະ ລັດຖະກິດ
ພິທີລົງນາມໃນສັນຍາຍົກເວັ້ນວີຊາລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສ.ເກົາຫລີ ໄດ້ຈັດໃນຂະນະທີ່ຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫລີ, ທີ່ເກາະເຈຈູ, ປະເທດເກົາຫລີ ປີ 2009, ເຊິ່ງມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 1 ສິງຫາ 2009 ເປັນຕົ້ນໄປ.ການຍົກເວັ້ນວີຊາດັ່ງກ່າວ ແມ່ນເພື່ອເປັນການອຳນວຍຄວາມສະດວກ, ຊຶ່ງແນໃສ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ, ໂດຍນັບຕັ້ງແຕ່ເດືອນກັນຍາຂອງປີກ່ອນນີ້ ມີນັກທ່ອງທ່ຽວ ແລະ ນັກທຸລະກິດຄົນເກົາຫລີ ທີ່ຖືຫນັງສືຜ່ານແດນທຳມະດາເຂົ້າມາ ສປປ ລາວ ສາມາດຢູ່ໄດ້ພາຍໃນ 15 ວັນ ໂດຍບໍ່ຈຳເປັນຂໍວີຊາ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la