ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ສານຊົມເຊີຍຜູ້ນຳສະວິດ


      ວັນທ 30 ກໍລະກົດ, ທ່ານ ຈູມມາລີ ໄຊຍສອນ, ປະທານປະເທດແຫ່ງ ສປປ ລາວດ້ສົ່ງສານອວຍພອນ​ເຖິງນະທ່ານ ຮັນໂຣດອນມັສ, ປະທານາທິບໍດີ​ແຫ່ງ ສະຫະພັນ​ສະ​ວິດ ຊຶ່ມີເນື້ອໃນວ່າ: ເນື່ອງໃນໂອກາດວັນຊາດແຫ່ງ ສະຫ​ະພັນສະວິດ, ໃນນາມປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນສະວິດ, ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ.

    ຂ້າພະເຈົ້າ ເຊື່ອຫມັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດພວກເຮົາຈະສືບຕໍ່ຂຫຍາຍຕົວ ແລະ ແຫນ້ນ ແຟ້ນຍິ່ງໆຂຶ້ນ ໃນອະນາຄົດ, ພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດພວກເຮົາ. ໃນວັນດຽວກັນທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ນາງ ມີເຊລິນ ຄາສມີ ເຣ, ັດຖະມົນຕີ ວ່າການກະຊວງການຕ່າງປະເທດ ໂດຍມີເນື້ອໃນວ່າ: ເນື່ອງນໂອກາດວັນຊາດຫ່ງ ສະຫະພັນສະວິດ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄວາມຊົມເຊີຍອັນອົບອຸ່ນ  ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ  ມີຄວາມຜາສຸກ. ຂ້າພະເຈົ້າ ເຊື່ອຫມັ້ນ ວ່າສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີລະຫວ່າງສອງ ປະເທດພວກເຮົາຈະໄດ້ຮັບການສີມຂະຫຍາຍຫ້ແຫນ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງຊາດ ພວກເຮົາ, ພື່ອສັນຕພາບໂລກ ແລະ ການຮ່ວມມືສາກົນ.

  

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la