|
|
|
ຜູ້ນຳເຮົາອວຍພອນວັນຊາດ ເຢຍລະມັນ ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ຮອກ ເຊີໂກນເລີ, ປະທານາທິບໍດີແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ທີ່ແບກແລັງ ເຊິ່ງມີເນື້ອໃນວ່າ: ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ມີຄວາມປື້ມປິຕິຍິນດີເປັນຢ່າງຍິ່ງ ເພື່ອສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນເຢຍລະມັນ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຄວາມວັດທະນາຖາວອນ. ຂ້າພະເຈົ້າ ເຊື່ອໝັ້ນວ່າສອງປະເທດພວກເຮົາເຊິ່ງມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນໃຫ້ຂະຫຍາຍຍິ່ງຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາ ແລະ ເພື່ອການຮ່ວມມືສາກົນ. ໃນວັນດຽວກັນ, ພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງພະນະທ່ານ ນາງ ອັງແກນລາ ແມກແຄນ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ທີ່ແບກແລັງ ເຊິ່ງມີເນື້ອໃນວ່າ: ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ໃນນາມລັດຖະບານແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ເຢຍລະມັນທຸກຖ້ວນໜ້າຈົ່ງມີຄວາມສຸກ ແລະ ວັດທະນາຖາວອນ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະທດພວກເຮົາຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນ ທັງສອງຊາດພວກເຮົາ, ເພື່ອສັນຕິພາບ ໂລກ ແລະ ການຮ່ວມມືສາກົນ. ພ້ອມດຽວກັນນີ້, ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ຝຣັງ ວານເທີສະຕາຍໄມເອີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ເນື່ອງໃນໂອກາດວັນຊາດເຊັ່ນດຽວກັນ. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |