ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ສປປ ລາວ ລົງນາມ ແລະ ເຂົ້າຮ່ວມເປັນພາຄີສົນທິສັນຍາສາກົນ

ໃນວັນທີ 29 ກັນຍາ 2008 ຢູ່ທີ່ ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນິວຢອກ, ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ໃນພິທີລົງນາມ ສົນທິສັນຍາສາກົນຂອງອົງການ ສປຊ ເຊິ່ງໄດ້ຈັດຂຶ້ນໃນໄລຍະການອະພິປາຍທົ່ວໄປ ໃນກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 63. ໃນພິທີດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໄດ້ລົງນາມ ສົນທິສັນຍາສາກົນ ວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ ແລະ ຍື່ນສານເຂົ້າ ຮ່ວມພາຄີສົນທິສັນຍາສາກົນ ວ່າດ້ວຍຄວາມເປັນເອກະພາບຂອງການກວດກາສິນຄ້າຕາມຊາຍແດນ ແລະ ການຮ່ວມເປັນພາຄີສົນທິສັນຍາ ວ່າດ້ວຍການປາບປາມການໃຫ້ເງິນສະໜັບສະນູນການກໍ່ການຮ້າຍ.

ການລົງນາມ ແລະ ເຂົ້າຮ່ວມໃນພິທີສົນທິສັນຍາເຫລົ່ານີ້ ສະແດງເຖິງຄວາມສະເໝີຕົ້ນສະເໝີປາຍຂອງ ລັດຖະບານ ສປປ ລາວ ໃນການເຄື່ອນໄຫວຮ່ວມກັບ ວົງຄະນະຍາດສາກົນໃນບັນຫາ ເຊິ່ງຄຸ້ມຄອງໂດຍສົນທິສັນຍາເຫລົ່ານັ້ນ. ລັດຖະບານ ສປປ ລາວ ໄດ້ປະນາມການຫາຍສາບສູນແບບບັງຄັບທຸກຮູບການ ແລະ ການສະແດງອອກຂອງລັດທິການກໍ່ການຮ້າຍ ແລະ ຖືວ່າການກະທຳດັ່ງກ່າວ ຂັດກັບກົດໝາຍ, ສິນລະທຳ ແລະ ຄວາມມຸ້ງມາດປາຖະໜາຂອງປະຊາຊົນລາວ ກໍ່ຄືບັນດາປະຊາຊາດທີ່ກ້າວໜ້າໃນໂລກ. ການເຂົ້າຮ່ວມເປັນພາຄີສົນທິສັນຍາ ວ່າດ້ວຍການປາບປາມການໃຫ້ເງິນສະໜັບສະໜູນການກໍ່ການຮ້າຍ ເປັນການກະທຳອັນສ້າງສັນ ຂອງ ສປປ ລາວ ໃນການປະຕິບັດຍັດຕິຕ້ານການກໍ່ການຮ້າຍ ຂອງສະພາ ຄວາມໝັ້ນຄົງ (ຍັດຕິ 1373) ໃນຖານະເປັນປະເທດສາມະຊິກ ສປຊ.

ການເຂົ້າຮ່ວມເປັນພາຄີສົນທິສັນຍາດັ່ງກ່າວ ເຮັດໃຫ້ສົນທິສັນຍາໃນຂົງເຂດການຕ້ານການກໍ່ການຮ້າຍທັງໝົດ 13 ສະບັບ. ສົນທິສັນຍາວ່າດ້ວຍການເປັນເອກະພາບ ດ້ານການກວດກາສິນຄ້າຕາມຊາຍແດນມີຄວາມສຳຄັນກັບ ສປປ ລາວ ໃນຖານະເປັນປະເທດເຊື່ອມຕໍ່ທາງບົກ ແລະ ຈະປະກອຍສ່ວນເຂົ້າໃນຂະບວນການເຊື່ອມໂຍງ ທາງດ້ານເສດຖະກິດ ໃນພາກພື້ນໃຫ້ເປັນຮູບປະທຳ.

ການລົງນາມໃນສົນທິສັນຍາດັ່ງກ່າວ ວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ ມີຄວາມສຳຄັນເພາະວ່າ ປີ 2008 ເປັນປີທີ່ອົງການ ສປຊ ແລະ ປະເທດສະມາຊິກ ສປຊ ຈັດຕັ້ງລະນຶກຄົບຮອບ 60 ປີ ຂອງຖະແຫລງການສາກົນວ່າດ້ວຍສິດທິມະນຸດ (10 ທັນວາ 1948 ເຖິງ 10 ທັນວາ 2008).

 

 
 
 
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la