|
|
ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
|
ໃນຕອນຄໍ່າວັນທີ 1 ກັນຍາ 2008 ນີ້, ທ່ານ ດຣ ທອງລຸນ ສີສຸລິດ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ພ້ອມ ບັນດາທ່ານລັດຖະມົນຕີວ່າການ ແລະ ຊ່ວຍວ່າການ, ບັນດາທູຕານຸທູດ, ບັນດາຜູ້ຕາງໜ້າອົງການຈັດ ຕັ້ງສາກົນປະຈຳລາວ ພ້ອມດ້ວຍພະນັກງານຂັ້ນສູງ ທີ່ກ່ຽວຂ້ອງຂອງລາວໄດ້ເປັນກຽດເຂົ້າຮ່ວມງານລ້ຽງ ໃນໂອກາດສະເຫລີມສະຫລອງວັນຊາດຂອງຫວຽດນາມ ຄົບຮອບ 63 ປີ ທີ່ໂຮງແຮມດອນຈັນ ພາເລດ, ນະຄອນຫລວງວຽງຈັນ ເຊິ່ງຈັດຂຶ້ນໂດຍ ທ່ານ ຫງວຽນ ຮູຍ ກວາງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສ.ສ ຫວຽດນາມ ປະຈຳລາວ. ໃນໂອກາດດັ່ງກ່າວ, ທ່ານ ຫງວຽນ ຮູຍ ກວາງ ໄດ້ກ່າວຄຳປາໄສໂດຍຍົກໃຫ້ເຫັນເຖິງໄຊຊະນະສະຫງ່າລາສີຂອງການຕໍ່ສູ້ ເພື່ອຍາດເອົາເອກະລາດແຫ່ງຊາດ, ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສ້າງສາ ແລະ ພັດທະນາປະເທດຊາດ, ຫວຽດນາມ ສາມາດຜ່ານຜ່າ ໄດ້ທຸກອຸປະສັກທີ່ຫຍຸ້ງຍາກລຳບາກ ແລະ ສິ່ງທ້າທາຍບົນເສັ້ນທາງປະຫວັດສາດຕະຫລອດ 63 ປີ. ດ້ວຍຜົນສຳເລັດທາງດ້ານເສດຖະກິດ ແລະ ສັງຄົມທີ່ຫວຽດນາມຍາດມາໄດ້ ເຮັດໃຫ້ສະພາບການເມືອງ, ສັງຄົມຂອງຫວຽດນາມ ນັບມື້ຍິ່ງມີສະຖຽນລະພາບ ແລະ ໝັ້ນຄົງ, ການພົວພັນຕ່າງປະເທດສືບຕໍ່ໄດ້ຮັບການເປີດກວ້າງ, ຖານະ ແລະ ອິດທິພົນຂອງຫວຽດນາມໄດ້ຮັບການເຊີດຊູຂຶ້ນໃນເວທີສາກົນ, ເປັນເງື່ອນໄຂ ສະດວກສຳລັບ ຫວຽດນາມ ເພື່ອບັນລຸຕາມປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີ, ສັງຄົມມີ ຄວາມສະຫງົບຍຸດຕິທຳ, ປະຊາຊົນມີຄວາມສີວິໄລ. ທູດຍັງໄດ້ກ່າວຕື່ມອີກວ່າ: ບົນເສັ້ນທາງກ້າວເດີນຂອງຕົນເປັນເວລາ 63 ປີ ທີ່ຜ່ານມານັ້ນ, ພັກ ລັດ ແລະ ປະຊາຊົນຫວຽດນາມ ບໍ່ວ່າຍາມໃດກໍ່ໄດ້ມີສະຕິຮູ້ໄດ້ຢ່າງເລິກເຊິ່ງ ວ່າໃນແຕ່ລະໄຊຊະນະຂອງ ການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືພາລະກິດອັນສຳຄັນເພື່ອສ້າງສາ ແລະ ພັດທະນາປະເທດຊາດ ໃນປະຈຸບັນ, ລ້ວນແຕ່ມີການຕິດພັນກັນ ຢ່າງສະໜິດແໜ້ນກັບການຊ່ວຍເຫຼືອອັນໃຫຍ່ຫລວງຢ່າງໝົດຈິດໝົດໃຈ ແລະ ມີປະສິດທິຜົນຢ່າງສູງຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ທີ່ສະຫງວນ ໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນຫວຽດນາມ. ພ້ອມນີ້, ທ່ານຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງຫວຽດນາມ-ລາວ ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. |
|
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |