ຜູ້ນຳເຮົາສົ່ງສານຊົມເຊີຍ ຜູ້ນຳເຢຍລະມັນ
ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ພະນະທ່ານ ຮັອກ ໂຄນເບີ້, ປະທານາ ທິບໍດີແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ທີ່ແບັກແລັງ ເຊິ່ງມີເນື້ອໃນວ່າ: ເນື່ອງໃນໂອກາດທີ່ພະນະທ່ານຖືກເລືອກໃຫ້ດຳລົງ ຕຳແໜ່ງເປັນປະທານາທິບໍດີແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ອີກສະໄໝໜຶ່ງ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ.
ປີນີ້, ປະເທດເຢຍລະມັນ ໄດ້ສະເຫລີມສະຫລອງຄົບຮອບ 60 ປີ ແຫ່ງການປະກາດໃຊ້ລັດຖະທຳມະນູນ ຊຶ່ງຖືວ່າໄດ້ໃຫ້ກຳເນີດປະເທດ ເຢຍລະມັນຍຸກໃໝ່ເປັນຕົ້ນມາ. ນະໂອກາດນີ້, ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດມາຍັງພະນະທ່ານ ແລະ ປະຊາຊົນເຢຍລະມັນ ຈົ່ງມີຄວາມຜາສຸກ ແລະ ວັດທະນາຖາວອນ, ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມທະວີຂຶ້ນເລື້ອຍໆບົນພື້ນຖານແຫ່ງຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ແລະ ຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດທຸກຢ່າງໃນໜ້າທີ່ວຽກອັນຊົງກຽດນີ້.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la