ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ນາຍົກລັດຖະມົນຕີລາວ ຕ້ອນຮັບ​ຄະນະ​ຜູ້​ແທນ​ທະຫານ​ໄທ

​ໃນ​ວັນ​ທີ 4 ມິຖຸນາ 2009, ຢູ່​ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ພະນະ​ທ່ານ ບົວ​ສອນ ບຸບຜາ​ວັນ, ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ​​ທ່ານພົນ​ເອກ ປະ​ວິດ ວົງ​ສຸວັນ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ ຣາຊະ​ອານາຈັກ​ໄທ​ ​ໃນ​ໂອກາດ​ທີ່​ທ່ານພ້ອມ​ຄະນະ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 4-5 ມິຖຸນາ ນີ້.

​ໃນ​ໂອກາດ​ນີ້, ພະນະ​ທ່ານນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ຕ້ອນຮັບ ​ແລະ ຊົມ​ເຊີຍ​ຕໍ່ທ່ານ ​ປະວິດ ວົງ​ສຸວັນ ພ້ອມ​ຄະນະ, ທີ່​ໄດ້​ເດີນທາງ​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ຊຶ່ງ​ເປັນ​ການ​ປະກອບ​ສ່ວນ​ອັນ​ສຳຄັນ​ຕໍ່​ການ​ເສີມຂະຫຍາຍ​ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ລາວ ​ແລະ ​ໄທ ​ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ. ພ້ອມ​ນີ້, ທ່ານ ປະ​ວິດ ວົງ​ສຸວັນ ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ພະນະ​ທ່ານ​ນາຍົກລັດຖະມົນຕີລາວ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ​ແລະ ​ໄດ້​ລາຍ​ງານ​ເຖິງ ​ຈຸດປະສົງ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງນີ້​ໃນ​ທ່ານນາຍົກລັດຖະມົນຕີລາວ​ຊາບ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la