ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ຜູ້ນຳລາວ ສົ່ງສານອວຍພອນ ຜູ້ນຳບຸນກາລີ
ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ບອຍໂກ ເມໂຕເດບ ໂບຣີໂຊບ, ນາຍົກລັດຖະມົນຕີແຫ່ງ ສ.ບຸນກາລີ ທີ່ໂຊເຟຍ ເຊິ່ງມີເນື້ອໃນວ່າ: ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີແຫ່ງ ສ.ບຸນກາລີ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ, ຂໍໃຫ້ພະນະທ່ານ ຈົ່ງປະສົບ ຜົນສຳເລັດ ໃນພາລະກິດອັນໃຫຍ່ຫລວງ ທີ່ສູງສົ່ງນີ້ ແລະ ຂໍໃຫ້ປະເທດ, ປະຊາ ຊົນບຸນກາລີພາຍໃຕ້ການນຳພາຂອງພະນະທ່ານຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງພະນະທ່ານ ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດຂອງພວກເຮົາ ຈະໄດ້ຮັບ ການສືບຕໍ່ ເສີມຂະຫຍາຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດລາວ ແລະ ບຸນກາລີ, ເພື່ອສັນຕິພາບ, ການຮ່ວມມືສາກົນ ແລະ ຄວາມໝັ້ນຄົງ ຢູ່ໃນໂລກ.
ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວນພອນເຖິງຄູ່ຮ່ວມຕຳແໜ່ງ ພະນະທ່ານ ນາງ ຣູເມຍນາ ຣູເຊວາເຈເລວາ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສ.ບຸນກາລີ ໃນໂອກາດໄດ້ຮັບຕຳແໜ່ງໃໝ່ເຊັ່ນດຽວກັນ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la