ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ສານອວຍພອນວັນຊາດ ສ.ເບຣາຣູສ

 ​ໃນວັນທີ 3/7/2009 ທີ່​ຜ່ານ​ມາ​ນີ້, ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ອາເລກຊານເດີ ລູກາເຊນໂກ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣູສ ທີ່ມິນສເກີ, ​ໃນ​ໂອກາດ​ວັນຊາດແຫ່ງ ສາທາລະນະລັດ ເບລາຣູສ ​ຊຶ່ງ​ ມີ​ເນື້ອ​ງ​ໃນ​ດັ່ງ​ນີ້: ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ເບລາຣູສ, ຕາງຫນ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນເບລາຣູສ ເພື່ອນມິດທຸກຖ້ວນຫນ້າ. ຂ້າພະເຈົ້າຫວັງ ວ່າ, ມູນເຊື້ອແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ.ເບລາຣູສ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ  ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ແລະ ເພື່ອສັນຕິ ພາບໂລກ.

      ໃນວັນດຽວກັນ ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງພະນະທ່ານ ເຊີຣເກ ຊິໂດຣສະກີ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ເບລາຣູສ ທີ່ມິນສເກີ, ຊຶ່ງມີຂໍ້ຄວາມວ່າ:ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ເບລາຣູສ, ຕາງ ຫນ້າໃຫ້ລັດຖະບານແຫ່ງ ສປປ ລາວ ແລະ ໃນນາມ ສ່ວນຕົວ ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ. ຂ້າພະເຈົ້າເຊື່ອຫມັ້ນວ່າ ສາຍພົວພັນມິດຕະພາບ ແລະ   ການຮ່ວມມືລະຫວ່າງສອງປະເທດພວກເຮົາຈະໄດ້ ຮັບການເສີມຂະຫຍາຍຢ່າງມີຜົນສຳເລັດ ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາໃນໄລຍະໃຫມ່, ເພື່ອການຮ່ວມມືສາກົນ ແລະ ເພື່ອສັນຕິພາບໂລກ. ໃນ ໂອກາດດັ່ງກ່າວພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ກໍ່ໄດ້ສົ່ງສານອວຍພອນເຖິງ ຄູ່ຮ່ວມຕຳແຫນ່ງສາທາ ລະນະລັດ ເບລາຣູສ ເຊັ່ນດຽວກັນ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la