ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ທູດລາວເຂົ້າຍືນສານແຕ່ງຕັ້ງ ຕໍ່ປະທານາທິບໍດີ ຕີມໍແລັດສະເຕ

      ທ່ານ ະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳສາທາສາລະນະລັດອິນໂດເນເຊຍ ໄດ້ເຂົ້າຢື່ນສານແຕ່ງຕັ້ງຕໍ່ພະນະທ່ານ ໂຈເຊ ຣາມອດສ໌ ຮໍຕາ, ປະທານາທິບໍດີແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ເມື່ອວັນທີ 4 ສິງຫາ 2009, ເພື່ອດຳລົງ​ຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດ ສະເຕ, ຊຶ່ງມີ​ສຳນັກງານຕັ້ງຢູ່ ນະຄອນຫລວງຈາກາຕາ, .ອິນໂດເນເຊຍ.

   ໃນໂອກາດນີ້, ພະນະທ່ານປະທານາທິບໍດີ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການມາປະຕິບັດໜ້າທີ່ອັນມີກຽດດັ່ງກ່າວ ແລະ ຍິນດີຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຄົນໃໝ່ ແລະ ໄດ້ອວຍພອນໃຫ້ແກ່ທ່ານ ທູດ ຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວວຽກງານຂອງຕົນ. ພ້ອມດຽວກັນນັ້ນ ກໍ່ໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ເຖິທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ອີກດ້ວຍ. ພະນະ​ທ່ານ​ປະທານາທິບໍດີ ຍັງ​ໄດ້​​ແຈ້ງໃຫ້ທ່ານທູດ​ເຮົາຊາບ ກ່ຽວກັບ ບັນຫາຕ່າງໆທີ່ໄດ້ປະສົບໃນໄລຍະຜ່ານມາ ແລະ ຄວາມພະຍາຍາມຂອງ ຕີມໍແລັດສະເຕ ໃນການກະກຽມເຂົ້າເປັນສະມາຊິກ ອາຊຽນ, ຊຶ່ງໃນນັ້ນ ໄດ້ສະເໜີຂໍການ ສະໜັບສະໜູນ ແລະ ຊຸກຍູ້ຈາກປະເທດສະມາຊິກອາຊຽນ, ລວມທັງ ສປປ ລາວ, ເພື່ອເຮັດໃຫ້ ຕີມໍແລັດສະເຕ ໄດ້ເຂົ້າເປັນສະມາຊິກອາຊຽນໃນອານາ​ຄົດອັນໃກ້ນີ້.

   ທ່ານເອກອັກຄະລັດຖະທູດ ະສິດ ໄຊຍະສິດ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ພະນະທ່ານປະທາ ນາທິບໍດີ ທີ່ໄດ້ເຫັນດີຮັບເອົາການແຕ່ງຕັ້ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຕີມໍແລັດສະເຕ ​ແລະ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ພ້ອມຄຳອວຍພອນ ຂອງທ່ານປະທານ ​ປະ​ເທດ​ເຮົາ ເຖິງປະພະນະທ່ານ ໂຈເຊ ຣາມອດສ໌ ຮໍຕາ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຄວາມຜາສຸກ ເພື່ອນຳພາປະເທດຊາດ, ປະຊາຊົນຕີມໍແລັດສະເຕ ໃຫ້ກ້າວສູ່ຄວາມຈະເລີນ ແລະ ວັດທະນາຖາວອນຕະຫລອດໄປ.

    ຄຽງ​ຄູ່​ກັນນັ້ນ, ທ່ານທູດ ກໍ່ດ້​ແຈ້ງ​ໃຫ້​ພະນະ​ທ່ານ​ປະທານາທິບໍດີ​ຊາບ ກ່ຽວ​ກັບ ການສ້າງສາພັດທະນາຢູ່ ສປປ ລາວ ແລະ ໃຫ້ຄຳໝັ້ນສັນຍາ ວ່າຈະສືບ ຕໍ່ປະຕິບັດ ໜ້າທີ່ຂອງຕົນສຸດ​ຄວາມ​ສາມາດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ແຕກດອກອອກຜົນ ເພື່ອຜົນປະໂຫຍດ ຂອງປະຊາຊົນທັງສອງປະເທດ.

  

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la