|
|
|
ສະເຫລີມສະຫລອງວັນຊາດເຢຍລະມັນ ໃນວັນທີ 3 ຕຸລາ 2008, ທ່ານ ດຣ. ປີເຕີ ວິນັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສ.ສ ເຢຍລະມັນ ປະຈຳລາວ ໄດ້ຈັດງານລ້ຽງຮັບຮອງຢູ່ ນະຄອນຫລວງວຽງຈັນ, ເນື່ອງໃນໂອກາດສະເຫລີມ ສະຫລອງວັນຊາດ ໂດຍມີທ່ານ ໄຊສົມພອນ ພົມວິຫານ, ຮອງປະທານສະພາແຫ່ງຊາດ; ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ, ທູຕານຸທູດປະເທດຕ່າງໆ ພ້ອມດ້ວຍຜູ້ຕາງໜ້າໃຫ້ອົງການຈັດຕັ້ງສາກົນ ປະຈຳລາວ ແລະ ພະນັກງານ ຂັ້ນສູງຂອງລາວເຂົ້າຮ່ວມ. ປະເທດເຢຍລະມັນ ເປັນໜຶ່ງໃນບັນດາປະເທດທີ່ໃຫ້ການຊ່ວຍເຫລືອສຳຄັນແກ່ ສປປ ລາວ, ດ້ວຍການຊ່ວຍເຫລືອສອງຝ່າຍ. ສອງປະເທດໄດ້ມີການຮ່ວມມືກັນຕັ້ງແຕ່ຊຸມປີ 1960. ປະຈຸບັນ ຂົງເຂດຈຸດສຸມຂອງການຮ່ວມມືສອງຝ່າຍ ແມ່ນການສະໜັບສະໜູນການພັດທະນາຢູ່ເຂດ ຊົນນະບົດຢູ່ 3 ແຂວງພາກເໜືອຂອງລາວ ແລະ ການຊ່ວຍເຫລືອດ້ານຊັບພະຍາກອນມະນຸດ ເພື່ອເສດຖະກິດຕະຫລາດ. ນອກຈາກການພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດລາວ-ເຢຍລະມັນ ໃນຂົງເຂດການເມືອງແລ້ວ, ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃນລະດັບຂະໜາດນ້ອຍລະຫວ່າງສອງປະເທດ ກໍ່ນັບມື້ນັບເພີ່ມທະວີຂຶ້ນ. ສະເພາະໃນໄລຍະໜຶ່ງປີຜ່ານມາ, ສາຍພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດສືບຕໍ່ໄດ້ຮັບການ ເສີມຂະຫຍາຍ ແລະ ພັດທະນາຂຶ້ນຢ່າງຕໍ່ເນື່ອງ ເຊິ່ງພວກເຮົາໄດ້ເຫັນ ການເພີ່ມຂຶ້ນຢ່າງຈະແຈ້ງ ຂອງການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ ເປັນຕົ້ນແມ່ນການຢ້ຽມຢາມເຮັດວຽກຢູ່ ເຢຍລະມັນ ຂອງທ່ານ ທອງສິງ ທຳມະວົງ, ປະທານສະພາແຫ່ງຊາດລາວ ແລະ ຄະນະ. ນອກຈາກນັ້ນ ຍັງໄດ້ເຫັນເຖິງການລວມເອົາປະເທດລາວເຂົ້າຮ່ວມໃນກຸ່ມຂອງບັນດາປະເທດບູລິມະສິດ ທີ່ໄດ້ຮັບທຶນການຊ່ວຍເຫລືອເພື່ອການພັດທະນາຈາກເຢຍລະມັນ ແລະ ການເພີ່ມຂຶ້ນ 30% ຂອງທຶນຊ່ວຍເຫລືອ ສອງຝ່າຍ, ລວມທັງການເປີດຕຳນັກລາວ-ເຢຍລະມັນ ເຊິ່ງເປັນສຳນັກງານໃຫຍ່ ຂອງອົງການຊ່ວຍເຫລືອ ເຢຍລະມັນ ຢູ່ໃນ ລາວ, ພ້ອມນັ້ນກໍ່ໄດ້ມີຂົງເຂດໃໝ່ໃນການຮ່ວມມືເກີດຂຶ້ນ ເຊັ່ນ: ໂຄງການດ້ານການເງິນ ຈຸລະພາກ ແລະ ໂຄງການປົກປັກຮັກສາປ່າໄມ້. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |