ຄະນະນຳກະຊວງ /
ຄະນະກົມ /
ຊື່ບັນດາກົມຕ່າງໆ /
ການນຳແຂວງຊຽງຂວາງ ຕ້ອນຮັບເຜົ່າມົ້ງລາວທີ່ເຂົ້າເມືອງໄທຜິດກົດໝາຍ
ຄະນະນຳແຂວງຊຽງຂວາງ ພ້ອມຍາດຕິພີ່ນ້ອງໄດ້ໃຫ້ການຕ້ອນຮັບ
ເຜົ່າມົ້ງລາວຈຳນວນ 45 ຄົນ ທີ່ເຂົ້າ ເມືອງ ໄທຜິດກົດໝາຍ
ດ້ວຍຄວາມອົບອຸ່ນ ແລະ ດີອົກດີໃຈ ຢູ່ທີ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ
ໃນວັນທີ 1 ພຶດສະພາ 2008, ຊຶ່ງເປັນງວດສຸດທ້າຍ ພາຍຫລັງທາງການໄທໄດ້ສົ່ງ-ມອບໃຫ້ທາງການລາວ
ເມື່ອຕົ້ນ ເດືອນເມສາ 2008 ທີ່ຜ່ານມາໃນຈຳນວນທັງໝົດ
67 ຄົນ. ທ່ານຢົງ ຈັນທະລັງສີ , ກຳມະການໃນອະນຸກຳມະການ
ເພື່ອຄວາມເປັນລະບຽບຮຽບຮ້ອບຕາມຊາຍແດນລາວ - ໄທ
ກ່າວວ່າ: ໂດຍປະຕິບັດຕາມແນວທາງນະໂຍບາຍ ເພື່ອ
ມະນຸດສະທຳ ແລະ ດ້ວຍຄວາມເປັນຫ່ວງເປັນໄຍຂອງພັກ-ລັດຖະບານຕໍ່ປະຊາຊົນບັນດາເຜົ່າ
ໂດຍສະເພາະຜູ້ທີ່ຫລົງ ຜິດເຂົ້າເມືອງໄທຜິດກົດໝາຍ
ຢູ່ທີ່ບ້ານຫ້ວຍນ້ຳຂາວ, ອຳເພີເຂົາຄໍ້, ຈັງຫວັດເພັດຊະບູນ,
ສະນັ້ນຈຶ່ງໄດ້ຮັບເອົາປະຊາ ຊົນເຫລົ່ານີ້ຈາກລັດຖະບານໄທ
ມາສຶກສາອົບຮົມ ແລະ ນຳສົ່ງກັບຄືນສູ່ທ້ອງຖິ່ນເດີມ
ເປັນພົນລະເມືອງດີຂອງຊາດ ຕໍ່ໄປ. ໃນໂອກາດດຽວກັນ,
ທ່ານພັນເອກ ຄຳຮຸ່ງ ແສງປະເສີດ, ຫົວໜ້າກອງບັນຊາການ ປກສ
ແຂວງຊຽງຂວາງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບເຜົ່າມົ້ງດັ່ງກ່າວ
ເພື່ອມອບໃຫ້ອຳນາດການປົກຄອງທ້ອງຖິ່ນ, ທັງໄດ້
ກ່າວຢ້ຳໃນຕໍ່ໜ້າໃຫ້ມີສະຕິລະວັງຕົວຕື່ມອີກ,
ບໍ່ຄວນຫລົງເຊື່ອຄຳຕົວະຍົວະຂອງຄົນບໍ່ດີ,
ໃຫ້ເຄົາລົບລະບຽບ ກົດໝາຍ, ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ,
ຫັນໜ້າເຂົ້າສູ່ການຜະລິດ, ສ້າງເສດຖະກິດຄອບຄົວ ເພິ່ງຕົນເອງ,
ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ແກ້ໄຂຄວາມທຸກຍາກໃຫ້ໄດ້ເທື່ອລະກ້າວ,
ຍົກລະດັບຊີວິດໃໝ່ດີຂຶ້ນກວ່າເກົ່າ.
ເຜົ່າມົ້ງລາວທີ່ເຂົ້າເມືອງໄທຜິດກົດໝາຍຄັ້ງນີ້
ຕາງກໍໄດ້ສະແດງຄວາມຄວາມເສຍໃຈເປັນຢ່າງຍິ່ງ
ທີ່ໄດ້ຫລົງ ເຊື່ອຄຳຕົວະຍົວະຫລອກລວງຂອງຄົນບໍ່ດີທີ່ວ່າ:
ຖ້າໄປຮອດເມືອງໄທແລ້ວຈະ ໄດ້ໄປປະເທດທີ່ສາມ.
ສະນັ້ນ, ຈຶ່ງໄດ້ ເຮັດໃຫ້ບາງຄົນ, ບາງຄອບຄົວໄດ້ລັກລອບໂຕນໜີ,
ຂາຍເຮືອນຂາຍດິນການຜະລິດ, ລວມທັງງົວຄວາຍ ແລະ ອື່ນໆ
ເພື່ອຈ້າງຂ້າມໄປເມືອງໄທ ຊຶ່ງວ່າຄົນໜຶ່ງບໍ່ຕ່ຳກວ່າ
6.000-10.000 ບາດ(ສະກຸນເງິນໄທ). ເມື່ອໄປເຖິງປະເທດໄທ
ກໍ ຖືກເຈົ້າໜ້າທີ່ໄທຈັບກຸມສົ່ງເຂົ້າສູນບ້ານຫ້ວຍນ້ຳຂາວ
ໃນຖານະເຂົ້າເມືອງຜິດກົດໝາຍ ແລະ
ບໍ່ມີທ່າທີຈະໄດ້ໄປປະເທດ ທີ່ສາມ, ນອກຈາກເສຍເງິນຄຳແລ້ວ
ຍັງມີຄວາມທຸກຍາກຫລາຍ, ອາຫານການກິນບໍ່ພຽງພໍ. ສະນັ້ນຈຶ່ງສະໝັກໃຈກັບ
ຄືນປະເທດຊາດ ແລະ ບ້ານເກີດເມືອງນອນຂອງຕົນ ເພື່ອພັດທະນາຕົນເອງ
ແລະ ຄອບຄົວໃຫ້ມີຊີວິດໃໝ່. ຕໍ່ໄປນີ້ ຈະກັບຕົວກັບໃຈບໍ່ຫລົງເຊື່ອ
ຄົນບໍ່ດີຢ່າງເດັດຂາດ ແລະ ຂໍຂອບໃຈນຳພັກ-ລັດຖະບານ
ທີ່ຕ້ອນຮັບ ແລະ ເບິ່ງແຍງ ຢ່າງອົບອຸ່ນໃນການກັບຄືນມາຂອງ
ເຜົ່າມົ້ງທຸກຄົນດ້ວຍຄວາມສະດວກປອດໄພ.
ລັດຖະບານສອງປະເທດລາວ-ໄທ
ໄດ້ຖືສຳຄັນ ແລະ ຜັນຂະຫຍາຍການຮ່ວມມື ເພື່ອແກ້ໄຂບັນຫາການເຂົ້າ
ເມືອງຜິດໝາຍ ຕາມທີ່ໄດ້ຕົກລົງກັນໂດຍສະເພາະໃນປີ
2008 ທາງການໄທ ໄດ້ສົ່ງມອບເຜົ່າມົ້ງໃຫ້ທາງການລາວແລ້ວ
2 ຄັ້ງລວມມີເກືອບ 80 ຄົນ ຊຶ່ງລັດຖະບານລາວໄດ້ດຳເນີນນະໂຍບາຍຢ່າງຖືກຕ້ອງ
ແລະ ຈັດສົ່ງໃຫ້ອຳນາດການ ປົກຄອງທ້ອງຖິ່ນເດີມເປັນທີ່ຮຽບຮ້ອຍແລ້ວ,
ສ່ວນຈຳນວນທີ່ຍັງເຫລືອຢູ່ທີ່ບ້ານຫ້ວຍນ້ຳຂາວ, ລັດຖະບານສອງປະເທດ
ຈະສືບຕໍ່ແກ້ໄຂໃຫ້ສຳເລັດໃນປີນີ້.