ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ແມ່ນ​ຖື​ເອົາ​​ເປັນປັດ​ໄຈ​ສຳ​ຄັນ

ໃນ​ວັນ​ທີ 25 ເມສາ 2008 ທີ່​ຜ່ານ​ມານີ້, ທ່ານ ອາ​ລຸນແກ້ວ ກິດ​ຕິ​ຄຸນ, ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ ຕ່າງປະ​ເທດ​ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ມາ​ຢ້ຽມຢາມ​ພໍ່​ແມ່​ປະຊາຊົນ​ເຂດ​ເມືອງອຸທຸມພອນ ​ແລະ​ ເມືອງອາດ​ສະ​ພອນ, ​ແຂວງ​ສະຫວັນ​ນະ​ເຂດ​ ເພື່ອ​ເປັນ​ການ​ຕິດຕາມກວດກາ ການ​ປະຕິບັດວຽກ​ງານ​ໂຄງການຂອງອົງການ​ສຸພາ​ນິມິດ (World Vision) ປະຈຳແຂວງ​ສະຫວັນ​ນະ​ເຂດ​.

ຕາມ​ການ​ລາຍ​ງານ​ຂອງ​ຫົວໜ້າ​ໂຄງການ​​ໃນ​​ແຕ່ລະ​ເຂດ​ຮັບຜິດຊອບ​​ເປັນຕົ້ນ​ແມ່ນເຂດ​ຈຸດ​ສຸມເມືອງ ອຸທຸມພອນ, ​ໂຄງການ​ດັ່ງກ່າວ​ແມ່ນ​ໄດ້​ເຂົ້າມາ​​ນັບ​ແຕ່​ປີ 2006​ ​ແລະ​ ໄດ້​ເລີ່​ມສຳ​ຫຼວດ​ພາຍ​ໃນ 96 ບ້ານ,​ ພົບ​ວ່າມີ​ບ້ານ​ເປົ້າໝາຍ​ທີ່​ ທາງ​ໂຄງການ​ຈະ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ການ​ພັດທະນາທັງ​ໝົດ​ແມ່ນມີ 21 ບ້ານ ​ແລະ​ ໃນ​ນີ້ກໍ່ໄດ້​ໃຫ້ການຊ່ວຍ​ເຫຼືອ​ເປັນ​ໂຄງ ການ​ໃຫຍ່ໆ​ເຊັ່ນ: ​ໄດ້​ມອບ​ເຂົ້າ​ໃຫ້​ປະຊາຊົນ​​ໃນ 21 ບ້ານ​ເປົ້າໝາຍ​ເພື່ອ​ສ້າງ​ເປັນ​ທະນາຄານ​ເຂົ້າປະຈຳ​​ບ້ານ,​ ​ມີ​ເຂົ້າ ​ເປືອກ 30.000 ກິ​ໂລກຣາມ ​ແລະ​ ເຂົ້າສານອີກ 10.000 ກິ​ໂລ ລວມ​ເປັນ​ເງິນ​ທັງ​ໝົດ 133 ລ້ານກີບ. ນອກ​ນັ້ນ, ຍັງ​ມີ​ກອງ​ທຶນ​ລ້ຽງ​ແບ້​, ເຊຶ່ງໄດ້​ມີ 10 ບ້ານເປົ້າໝາຍ​ທີ່​ໂຄງການ​ເຫັນ​ວ່າ​ເໝາະ​ສົມ​ໃນ​ການ​ລ້ຽງ​ແບ້,​ ​ໂຄງການ​ໄດ້​​ມອບ​ ແບ້​ທັງ​ໝົດ 648 ໂຕ​ໃຫ້ 30 ຄອບຄົວ​ ໂດຍແຕ່​ລະ​ຄອບຄົວ​ແມ່ນ​ໄດ້ແບ້້ຜູ້​ໜຶ່ງໂຕ ​ແລະ ​​ແບ້ແມ່​ຖືພາ​ອີກສອງ​ໂຕ. ​ໃນ​ທຸກໆ​ປີ​, ຫາກ​​ໄດ້​ລູກ​ແມ່ນ​ຈະ​ໄດ້​ແບ່ງ​ໃຫ້​ຄອບຄົວ​ອື່ນໆນຳ​ໄປ​ລ້ຽງ ​ແລະ ​ຂະຫຍາຍ​ພາຍ​ໃນ​ບ້ານ​ຂອງ​ຕົນ​ຈົນ​ຄົບ​ທຸກ​ ຄອບຄົວ.​ ​

ວຽກ​ສາທາ​ລະນະ​ສຸກ​ກໍ່ຖື​ເປັນ​ສິ່ງ​ສຳ​ຄັນ​ເປັນຕົ້ນ​ແມ່ນ​ສ້ວມຖ່າຍ​. ທາງ​ໂຄງການ​ກໍ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອມອບວິດ​ ຖ່າຍໃຫ້​ແກ່​ 21 ບ້ານ​ເປົ້າໝາຍ​​ມີ 300 ໜ່ວຍ​ເຊິ່ງລວມມູນ​ຄ່າ 118 ລ້ານ​ກວ່າກີບ, ນຳ​ໃຊ້​ແລ້ວ 178 ຄອບຄົວ. ນອກ​ນັ້ນກໍ່​ຍັງ​ໄດ້​ຈັດ​ຫານ້ຳກິນນ້ຳໃຊ້ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ພາຍ​ໃນ 21 ບ້ານ​ຕື່ມ​ອີກ, ​ໃນ​ນີ້​ໄດ້​​ຕິດຕັ້ງ​ໂປ​ມນ້ຳ (ຫົວ​ເຫຼັກ ​​ໃຊ້​ດ້ວຍ​ແຮງ​ຄົນ) ຈຳນວນ 60 ໜ່ວຍ​ຄິດ​ເປັນ​​ເງິນ 210 ລ້ານກີບ ​ແລະ ​ໃຊ້​ໄປ​ແລ້ວ 33 ໜ່ວຍ. ສ່ວນເມືອງ ອາດ​ສະ​ພອນ ກໍ່​ເປັນ​ອີກເມືອງ​ໜຶ່ງທີ່​ທາງ​ໂຄງການຈະ​ສຸມເຂົ້າ​ໃສ່​ເພື່ອ​ພັດທະນາ, ປະຈຸ​ບັນ​ທົ່ວ​ເມືອງ​ມີ​ບ້ານ​ທັງ​ໝົດ 56 ບ້ານ, ​ໃນ​ນີ້ແມ່ນມີ 31 ບ້ານທີ່​ແມ່ນ​ເປົ້າໝາຍ​ເພື່ອ​ກຽມ​ເຂົ້າ​ເປັນ​ບ້ານ​ພັດທະນາ ​ແລະ ​ຈັດຕັ້ງປະຕິບັດ​ນັບ​ແຕ່​ນີ້ຫາ​ປີ 2012. ໃນ​ໄລຍະ​ນີ້ ກໍ່​ແມ່ນ​ໄລຍະ​ກະກຽມ​ຂອງ​ໂຄງການ,​ ເຊຶ່ງມີຄວາມຄືບໜ້າສົມຄວນ ​ຄື: ການ​ປະ​ເມີນ​ຄວາມ​ຕ້ອງ ການ​ຂອງ​ຊຸມ​ຊົນ​ໃນ 12 ບ້ານ​ ​ແລະ ກໍ່​ໄດ້​ຈັດຕັ້ງປະຕິບັດ​ໄປ​ພ້ອມໆ​ກັນ​ຕາມ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ ທີ່​ເຫັນ​ວ່າ​ ເປັນອັນ​ຮີບ​ດ່ວນ​ທີ່​ສຸດ​​ເຊັ່ນ:​ ສຳ​ເລັດ​ການ​ກໍ່ສ້າງ​ວາງ​ທໍ່ 11 ແຫ່ງ​ໃນ​ຈຳນວນ 4 ບ້ານ, ​ເຂດ​ນີ້​ພໍ​ຕົກ​ຍາມ​ຝົນ​ ແມ່ນ​ບໍ່​ ສາມາດ​ໄປມາຫາສູ່​ກັນ​ໄດ້,​ ຕອບ​ສະໜອງ​ຄວາ​ມຕ້ອງການ​ທີ່​​ເຫັນ​ວ່າຈຳ​ເປັນ​ໃຫ້​ແກ່​ໂຮງຮຽນ​ເຊັ່ນ:​ ​ໂຕະ​ ຕັ່ງຈຳນວນ 24 ຊຸດ, ໜາມໝາກຈັບ 11 ກໍ້, ກະດານດຳ 15 ແຜ່ນ,​ ສັງກະສີ 66 ແຜ່ນ (ສ້ອມ​ແປງ​ບ່ອນ​ທີ່​ຮົ່ວ),​ ອຸປະກອນ​ການ​ຮຽນ, ​ເຄື່ອງຫຼິ້ນກິລາ ​ແລະ​ ຊຸດ​ນັກຮຽນ​ອີກ​ຈຳນວນ​ໜຶ່ງ, ຕັດ​ທາງ​ໃໝ່​ໄດ້ 4 ກິ​ໂລ​ແມັດ ​ແລະ​ ນຳພາ​ປະຊາຊົນ​ປ້ານ​ຝາຍ​ໄດ້ 5 ແຫ່ງ​, ໃນ​ນີ້​ໄດ້ນຳ​​ໃຊ້ແຮງງານປະຊາຊົນ ແລະ ທາງ​ໂຄງການ​ໄດ້​ອອກ​ເປັນ​ວັດຖຸ (ຊີມັງ - ເຫັກ) ​ແລະ​ອຶ່ນໆ​.

​ພ້ອມນີ້, ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ພ້ອມ​ຄະນະ​ ກໍ່​ໄດ້​ລົງ​ຢ້ຽມຢາມປະຊາຊົນ​ທີ່ຢູ່​ໃນ​ເຂດ​ຂອງ​ການ​ປະຕິບັດ ​ໂຄງການ​ເປັນຕົ້ນ:​ ບ້ານໂນນ​ສະຫວ່າງ, ​ເມືອງອຸທຸມພອນ ​ແລະ ​ບ້ານສົ້ມ​ໂຮງ, ​ເມືອງອາດ​ສະ​ພອນ ອີກດ້ວຍ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la