ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ສົມ​ເດັດ​ພະ​ເທບ ພະຣາຊະ​ທານ ​ທຶນ​ບູລະນະ​ໂຮງຮຽນ
ແລະ​ ສະໜັບສະໜູນ​ເດັກ​ນ້ອຍ​ຜູ້​ດ້ອຍ​ໂອກາດ

​      ສົມ​ເດັດ​ພະ​ເທບ ຣັດ ຣາຊະ​ສຸດາ ສະຫຍາມ​ບໍຣົມຣາຊະ​ກຸ​ມາລີ ແຫ່ງຣາຊະ​ອານາຈັກ​ໄທ ໄດ້​ມອບ​ເງິນ​ພະຣາ ຊະ​ທານ ຈຳນວນ 761.700 ບາດ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ​ເຫລືອ ບູລະນະ​ບັນດາ​ໂຮງຮຽນ ແລະ ​ສະໜັບ ສະ​ໜູນບັນດາ​ເດັກນ້ອຍຜູ້​ທີ່​ດ້ອຍ​ໂອກາດຢູ່ ສປປ ລາວ, ທັງ​ເປັນ​ການ​ຜັນ​ຂະຫຍາຍ​ຜົນ​ການ​ຢ້ຽມຢາມ ສປປ ລາວ ຂອງ ​ສົມ​ເດັດ​ພະ​ເທບ ​ໃນ​ຄັ້ງກ່ອນ.

ພິທີ​ມອບ-ຮັບ ​ເງິນ​ພະຣາຊະ​ທານ​ຄັ້ງນີ້ ມີ​ຂຶ້ນໃນ​ວັນ​ທີ 2 ພຶດສະພາ 2008, ທີ່​ ກະຊວງ​ການ​ຕ່າງປະ​ເທດ​ ຂອງ ​ລາວ. ​ຕ່າງ​ໜ້າ​ຝ່າຍ​ໄທ ແມ່ນ​ທ່ານ ວິບູນ ຄູ​ສະກຸນ, ເອກ​ອັກຄະຣາຊະ​ທູດ ​ແຫ່ງ ຣາ ຊະ​ອານາຈັກ​ໄທ ປະຈຳ ສປປ ລາວ ​ເປັນ​ຜູ້​ມອບ ​ແລະ ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກ ລັດຖະມົນຕີ, ລັດຖະມົນຕີ​ວ່າການກະຊວງ​ການ​ ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ເປັນ​ຜູ້​ຮັບ ​ໂດຍ​ມີ​ບັນດາ​ຫົວໜ້າ​ຫ້ອງການ, ຫົວໜ້າ​ກົມ​ຈາກ​ກະຊວງ​ການ​ຕ່າງປະ​ເທດ, ຜູ້ຕາງໜ້າ​ຈາກ​ກະຊວງ​ສຶກສາ, ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ສະຖານທູດ​ໄທ ແລະ ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ລາວ​ເຂົ້າ ​ຮ່ວມ. ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ກໍໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ການ​ຊ່ວຍ​ເຫລືອ ​ແລະ​ ສະໜັບ ​ສະ​ຫນູນດັ່ງກ່າວ ​ເພື່ອ​ຈະ​ນຳ​ໄປ​ໝູນ​ໃຊ້ ເຂົ້າ​ໃນ​ແຜນການ​ທີ່​ກຳນົດ​ໄວ້​ ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la