ທ່ານນາຍົກລັດຖະມົນຕີ
ຕີລາຄາສູງການຊ່ວຍເຫລືອຂອງຍີ່ປຸ່ນແກ່ລາວ
ໃນໂອກາດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຮິໂຕຊິ
ຄິມຸຣະ, ລັດຖະມົນຕີຊ່ວຍວ່າການ ອາວຸໂສ ກະຊວງການຕ່າງປະເທດຍີ່ປຸ່ນ
ແລະ ຄະນະ ທີ່ສຳນັກງານນາຍົກລັດຖະມົນຕີ ເມື່ອຕອນບ່າຍ ວັນທີ
5 ພຶດສະພາ 2008 ນັ້ນ, ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ
ສປປ ລາວ ໄດ້ ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື
ແລະ ການຊ່ວຍເຫລືອຂອງ ຍີ່ປຸນ ໃນຂອບການພົວພັນ ລະຫວ່າງສອງປະເທດ
ໃຫ້ແກ່ລາວໃນໄລຍະຜ່ານມາ, ຊຶ່ງປະກອບສ່ວນອັນສຳຄັນ
ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ
ກໍ່ຄື ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ
ປະຊາຊົນລາວ ແລະ ປະຊາຊົນ ຍີ່ປຸນ ໄດ້ເປັນຢ່າງດີ.
ທ່ານ ຮິໂຕຊິ ຄິມຸຣະ, ລັດຖະມົນຕີຊ່ວຍວ່າການອາວຸໂສກະຊວງການຕ່າງປະເທດຍີ່ປຸ່ນ
ແລະ ຄະນະ ໄດ້ເດີນ ທາງມາເຖິງ ນະຄອນຫລວງວຽງຈັນ ໃນຕອນຄ່ຳຂອງວັນທີ
4 ພຶດສະພາ 2008 ເພື່ອທຳການຢ້ຽມຢາມ ສປປ ລາວ ເປັນເວລາ
1 ວັນ. ໃນການຢ້ຽມຢາມ ສປປ ລາວ ນີ້, ທ່ານ ຮິໂຕຊິ
ຄິມຸຣະ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ ທ່ານ
ພົງສະຫວັດ ບຸບຜາ, ລັດຖະມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດ
ແຫ່ງ ສປປ ລາວ, ຊຶ່ງທັງສອງ ຝ່າຍໄດ້ມີການທົບທວນຄືນ ໝາກຜົນຂອງການປະຕິບັດ
ບັນດາໂຄງການຮ່ວມມື ແລະ ການຊ່ວຍເຫລືອຂອງຍີ່ປຸນ
ໃນຂອບເຂດການພົວພັນ ລະຫວ່າງສອງປະເທດໃນໄລຍະຜ່ານມາ
ແລະ ເປັນເອກະພາບກັນວ່າ ການຮ່ວມມື ແລະ ການຊ່ວຍເຫລືອດັ່ງກ່າວນັ້ນ
ມີປະສິດທິຜົນ ແລະ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ
ຂອງ ສປປ ລາວ ກໍ່ຄື ເສີມຂະຫຍາຍສາຍພົວພັນມິດຕະພາບ
ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນ ຍີ່ປຸນ ໄດ້ເປັນຢ່າງດີ.
ນອກນັ້ນ, ສອງຝ່າຍຍັງໄດ້ຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ
ແລະ ກັນ ໃນ ຂອບການຮ່ວມມືສອງຝ່າຍ ກໍຄື ໃນເວທີສາກົນຕ່າງໆ
ເພື່ອນຳເອົາຜົນປະໂຫຍດລວມ ມາສູ່ປະຊາຊົນສອງຊາດ
ລາວ-ຍີ່ປຸນ ນັບມື້ເພີ່ມທະວີຍິ່ງໆຂຶ້ນ.
ທ່ານ ຮິໂຕຊິ ຄິມຸຣະ, ລັດຖະມົນຕີຊ່ວຍວ່າການອາວຸໂສກະຊວງການຕ່າງປະເທດຍີ່ປຸ່ນ
ແລະ ຄະນະ ຍັງໄດ້ ເຂົ້າຢ້ຽມຂ່ຳນັບ ທ່ານນາງ ເຂັມແພງ ພົນເສນາ,
ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວໜ້າອົງການ
ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ອີກດ້ວຍ.