ກອງປະຊຸມປະຈຳປີ
ຄັ້ງທີ 64
ຂອງຄະນະກຳມາທິການເສດຖະກິດ-ສັງຄົມ
ສະຫະປະຊາຊາດ
ສຳລັບພາກພື້ນ ອາຊີ-ປາຊີຟິກ
(UNESCAP)
ໄດ້ມີຂຶ້ນລະຫວ່າງວັນທີ 24-30
ເມສາ 2008
ທີ່ປະເທດໄທ,
ຊຶ່ງໄດ້ແບ່ງອອກເປັນ 2
ລະດັບຄື:
ກອງປະຊຸມເຈົ້າໜ້າທີ່ອາວຸໂສ
ແລະ
ກອງປະຊຸມລະດັບລັດຖະມົນຕີ,
ຕາງໜ້າຄະນະຜູ້ແທນຜ່າຍລາວ
ນຳໂດຍ ທ່ານ
ບຸນເກີດ
ສັງສົມສັກ,
ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງ ປະເທດ.
ໃນນີ້ມີຄະນະຜູ້ແທນຈາກ
53
ປະເທດ
ສະມາຊິກ
ແລະ
ອົງການຈັດຕັ້ງສາກົນ,
ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ເຂົ້າຮ່ວມ
ໂດຍການເປັນປະທານຂອງ
ລັດຖະມົນຕີຮັບຜິດຊອບວຽກງານການຄ້າ
ຂອງ
ສ.ເກົາຫລີ.
ການຈັດກອງປະຊຸມ
ແມ່ນເພື່ອທົບທວນຄືນ
ການປະຕິບັດວຽກງານຂອງອົງການ ESCAP
ແລະ
ວາງມາດ ຕະການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ
ໂດຍສຸມໃສ່ປຶກສາຫາລືກ່ຽວກັບການຄຸ້ມຄອງບັນຫາ ສັງຄົມ
ທີ່ເກີດຂຶ້ນໃໝ່,
ບັນຫາຫລຸດຜ່ອນຄວາມທຸກຍາກ
ແລະ
ການຄຸ້ມຄອງໂລກາພິວັດ
ພາຍໃຕ້ຫົວຂໍ້ “ຄວາມໝັ້ນຄົງທາງດ້ານພະລັງງານ
ແລະ
ການພັດທະນາແບບຍືນຍົງ”
(Energy Security and Sustainable Development).
ສຳລັບກອງປະຊຸມເຈົ້າໜ້າ ທີ່ອາວຸໂສ ໄດ້ພິຈາລະນາບັນຫາຕ່າງໆຄື:
ດ້ານການຄ້າ
ແລະ
ການພັດທະນາ,
ການຂົນສົ່ງ
ແລະ
ການທ່ອງທ່ຽວ,
ສິ່ງແວດ ລ້ອມ
ແລະ
ການພັດທະນາແບບຍືນຍົງ,
ຂໍ້ມູນຂ່າວສານ
ແລະ ເຕັກໂນໂລຊີທາງດ້ານອະວະກາດ,
ພິຈາລະນາບົດລາຍ ງານການຈັດຕັ້ງ ປະຕິບັດ ການຫລຸດຜ່ອນຄວາມທຸກຍາກ,
ການຍ້າຍຖິ່ນຖານ ແລະ ການໃຫ້ການຊ່ວຍເຫລືອເພື່ອການພັດ
ທະນາ.
ສ່ວນກອງປະຊຸມລະດັບລັດຖະມົນຕີ
ໄດ້ຈັດຂຶ້ນ 2
ຮູບແບບຄື:
ກອງປະຊຸມຄົບຄະນະ
ແລະ
ກອງປະຊຸມປຶກສາ
ຫາລືແບບໂຕະມົນ
ເຊິ່ງໄດ້ປຶກສາ 2
ບັນຫາຄື:
ບັນຫາຄວາມໝັ້ນຄົງດ້ານພະລັງງານ
ແລະ
ການພັດທະນາແບບຍືນຍົງ
ແລະ
ການຈັດຕັ້ງເປົ້າໝາຍສະຫັດສະວັດດ້ານການພັດທະນາ
(MDGs).
ທ່ານ
ບຸນເກີດ
ສັງສົມສັກ
ໄດ້ຂຶ້ນກ່າວບົດປາໄສ
ຕໍ່ກອງປະຊຸມຄົບຄະນະ
ໂດຍເນັ້ນເຖິງສິ່ງທ້າທາຍ
ດ້ານການ ພັດທະນາ
ຢູ່ພາກພຶ້ນ
ໂດຍສະເພາະຄວາມແຕກໂຕນກັນ
ແລະ
ການໄດ້ຮັບປະໂຫຍດ
ບໍ່ເທົ່າທຽມກັນ
ຈາກການຂະ ຫຍາຍຕົວດ້ານເສດຖະກິດ
ຂອງພາກພຶ້ນ.
ພ້ອມດຽວກັນນັ້ນ, ພາກພຶ້ນອາຊີ-ປາຊີຟິກ
ກໍຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍ ໃໝ່
ໂດຍສະເພາະ
ການເພີ່ມຂຶ້ນຂອງລາຄານ້ຳມັນ
ແລະ
ສະບຽງອາຫານໄປຄຽງຄູ່ກັບ
ຄວາມຕ້ອງການຊົມໃຊ້ພະລັງງານ
ທີ່ເພີ່ມຂຶ້ນຢ່າງໄວວາ.
ດັ່ງນັ້ນ, ຄວາມໝັ້ນຄົງດ້ານພະລັງງານ
ແລະ
ການປົກປັກຮັກສາສິ່ງແວດລ້ອມ
ຈິ່ງແມ່ນປັດໄຈທີ່ ສຳຄັນຕົ້ນຕໍ
ຕໍ່ການພັດທະນາເສດ ຖະກິດ-ສັງຄົມແບບຍືນຍົງ
ແລະ
ການບັນລຸເປົ້າໝາຍ MDGs.
ພ້ອມດຽວກັນ, ກໍຮຽກຮ້ອງໃຫ້ບັນດາປະເທດ
ໃນພາກພຶ້ນເພີ່ມທະວີການຮ່ວມມື
ໂດຍຜ່ານກົນໄກພາກພຶ້ນ
ແລະ
ອານຸພາກພຶ້ນຕ່າງໆ
ລວມທັງການມີນະໂຍບາຍໃນລະດັບປະເທດ
ທີ່ເໝາະສົມ
ເພື່ອສາມາດປະເຊີນກັບສິ່ງທ້າທາຍດັ່ງກ່າວ.
ສຳລັບ
ສປປ
ລາວ
ລັດຖະບານ
ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ
ໃນກົນໄກການຮ່ວມມືພາກພຶ້ນ
ແລະ
ອະນຸພາກພຶ້ນ,
ພ້ອມທັງສ້າງຍຸດທະສາດ
ເພື່ອການພັດທະນາພະລັງງານ
ໄລຍະຍາວເຖິງປີ
2020
ໂດຍສຸມໃສ່ການພັດທະນາຂະແໜງ ພະລັງງານ
ທີ່ເປັນທ່າແຮງຂອງປະເທດ
ເພື່ອປະກອບສ່ວນໃຫ້ແກ່ການພັດທະນາແຫ່ງຊາດ
ລວມທັງສະໜອງພະລັງງານ ໃຫ້ແກ່ບັນດາປະເທດໃກ້ຄຽງ.