ກອງປະຊຸມຄະນະອະນຸກຳມະການເຕັກນິກຮ່ວມ ລາວ - ໄທ ຄັ້ງທີ 11
ໃນວັນທີ 4-6 ມິຖຸນາ 2009, ທີ່ ນະຄອນຫຼວງວຽງຈັນ, ກອງປະຊຸມຄະນະອະນຸກຳມະການເຕັກນິກ ຮ່ວມ ລາວ-ໄທ ຄັ້ງທີ 11 ນີ້ໄດ້ໄຂຂຶ້ນຕາມຂໍ້ຕົກລົງ 5.6 ຂອງບົດບັນທຶກກອງປະຊຸມ ຄັ້ງທີ 10 ສະບັບລົງວັນທີ 21 ກັນຍາ 2006, ທີ່ອຳເພິພິບູນມັງສາຫານ, ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ.
ຝ່າຍລາວນຳໂດຍທ່ານ ພູເຂົາ ພົມມະວົງສາ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ປະທານຄະນະ ອະນຸກຳມະການເຕັກນິກຮ່ວມ ລາວ-ໄທ ແລະ ຝ່າຍໄທນຳໂດຍທ່ານພົນໂທ ອະມອນເທບ ໂຣດຈະນະສະໂຣດ, ເຈົ້າກົມແຜນທີ່ທະຫານໄທ, ປະທານຄະນະອະນຸກຳມະການເຕັກນິກຮ່ວມ ລາວ-ໄທ.
ໃນກອງປະຊຸມໄດ້ຮ່ວມກັນຮັບຮອງ ແລະ ຮັບຊາບຜົນຂອງການສຳຫຼວດ ແລະ ປັກຫລັກໝາຍ ຊາຍແດນທາງບົກຮ່ວມ ລະຫວ່າງ ລາວ-ໄທ ພາຍຫຼັງກອງ ປະຊຸມຄະນະກຳມະທິການຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 8, ສະບັບລົງວັນທີ 7 ມີນາ 2007, ທີ່ແຂວງຫລວງພະບາງ, ສປປ ລາວ ໄດ້ສະຫລຸບວຽກງານການປັກຫລັກໝາຍຊາຍແດນທາງບົກຮ່ວມ ລະຫວ່າງ ລາວ-ໄທ, ນັບແຕ່ວັນທີ 1 ຕຸລາ 2007 ເຖິງວັນທີ 31 ພຶດສະພາ 2009, ລວມໄລຍະເວລາ 1 ປີ 7 ເດືອນກັບ 20 ວັນ ເຊິ່ງສາມາດກໍ່ສ້າງຫຼັກໝາຍຊາຍແດນເພີ່ມຕື່ມຈຳນວນ 15 ຫຼັກໝາຍ, ເຊິ່ງນັບຕັ້ງແຕ່ ວັນທີ 5 ພຶດສະພາ 1997 ເປັນຕົນມາຈົນເຖິງວັນທີ 31 ພຶດສະພາ 2009 ທັງສອງຝ່າຍໄດ້ດຳເນີນ ການກໍ່ສ້າງຫລັກໝາຍສາຍແດນທາງບົກຮ່ວມລະຫວ່າງລາວ - ໄທລວມທັງໝົດ ຈຳນວນ 204 ຫລັກໝາຍ ແລະ ໄດ້ມີການສຳຫຼວດກວດກາສັນປັນນ້ຳທີ່ເປັນທິດເນັ່ງເສັ້ນຊາຍແດນໃນພູມີປະເທດ ຕົວຈິງ ເປັນໄລຍະທັງໝົດປະມານ 676 ກິໂລ ແມັດ ຫລືເທົ່າກັບ 93 % ຂອງໄລຍະເສັ້ນທາງບົກຮ່ວມ ລະຫວ່າງ ສອງປະເທດ, ພ້ອມກັນນັ້ນ ສອງຝ່າຍສາມາດສຳຫຼວດເກັບກຳເອົາລາຍລະອຽດບັນດາຈຸດຊາຍແດນ ທີ່ຄົງຄ້າງ ຢູ່ພາກສະໜາມເພື່ອໃຫ້ສຳເລັດແລ້ວໂດຍພື້ນຖານ.
ນອກນັ້ນ, ກອງປະຊຸມຍັງໄດ້ມີການແລກປ່ຽນຄວາມຄິດຄວາມເຫັນຕໍ່ບັນຫາທີ່ຄົງຄ້າງຮ່ວມກັນຢ່າງກົງ ໄປກົງມາ ເຊິ່ງສາມາດຮັບ ຮູ້ໄດ້ທັດສະນະ ແລະ ຈຸດຢືນຂອງແຕ່ລະຝ່າຍ. ພ້ອມດຽວກັນ ນັ້ນກໍ່ໄດ້ມີການ ວາງແຜນວຽກງານຮ່ວມກັນໃນສົກ ປີ 2009 – 2010 ເພື່ອພິຈາລະນາແກ້ໄຂບັນຫາດັ່ງກ່າວຕື່ມອີກ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la