ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

​ພິທີ​ມອບ-​ຮັບ​ກະດູກ ​ແລະ ສິ່ງ​ເສດ​ເຫລືອ​ຂອງ​ທະຫານ​ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ລາວ

​ໂດຍ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ມະນຸດສະທຳ​ອັນ​ສະ​ເໝີ​ຕົ້ນ​ສະ​​ເໝີປາຍ​ຂອງ​ລັດຖະບານ​ແຫ່ງ ສປປ ລາວ ​ແລະ ອີງ​ຕາມ​ການ​ຮ້ອງ​ຂໍ​ຂອງ​ລັດ ຖະບານ​ແຫ່ງ​ສະຫະລັດ​ອ​າ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ​ຕໍ່​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ. ຄະນະວິຊາ​ການຮ່ວມ​ມື​ສ​ອງຝ່າຍ ລາວ-ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ແຜນການ​ສຳ​ຫລວດ ​ແລະ ຂຸດ​ຄົ້ນ​ກະດູກ, ສິ່ງ​ເສດ​ເຫລື​ອຂອງ​ທະຫານ​ທີ່​ຫາຍ​ສາບ​ສູນ ປະຈຳ​ປີ 2008-2009, ຄັ້ງ​ທີ 3 ​ແຕ່​ວັນ​ທີ 5 ມີນາ ​ເຖິງ 7 ​ເມສາ ​ແລະ ຄັ້ງ​ທີ 4 ​ແຕ່​ວັນ​ທີ 1-31 ພຶດສະພາ 2009, ຊຶ່ງ​ດຳ​ເນີນ​ຢູ່​ແຂວງ​ຫົວພັນ, ຊຽງ​ຂວາງ, ຄຳ​ມ່ວນ ​ແລະ ອັດ​ຕະປື.

​ໃນ​ວັນ​ທີ 4 ມິຖຸນາ 2009, ທີ່​ສະໜາມ​ບິນ​ສະຫວັນ​ນະ​ເຂດ, ​ໄດ້​ມີ​ພິທີ​ມອບ-ຮັບ​ກະດູກ ​ແລະ ສິ່ງ​ເສດ​ເຫລືອ​ຂອງ​ທະຫານອາ​ເມ​ລິ​ກາ​ທີ່ ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ ​ໄດ້​ຄົ້ນ​ພົບ​ຈາກ​ການ​ປະຕິບັດ​ງານ​ຮ່ວມ​ດັ່ງກ່າວ, ​ເປັນ​ກຽດ​ເຂົ້າ​ຮ່ວມ​ໃນ​ພິທີ​ຄັ້ງນີ້ມີ​ທ່ານ ພົງ​ສະຫວັດ ບຸບຜາ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຕາງໜ້າ​ໃຫ້​ລັດຖະບານ​ແຫ່ງ ສປປ ລາວ ​ເປັນ​ຜູ້​ກ່າວ​ມອບ ​ແລະ ທ່ານ ຣາສິກ ຮູ​ໂຊ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສະຫະລັດ​ອາ​ເມ​ລິ​ກາ ປະ​ຈຳ ສປປ ລາວ, ຕາງໜ້າ​ໃຫ້ລັດຖະບານ​ສະຫະລັດ​ອາ​ເມ​ລິ​ ກາ ​ເປັນ​ຜູ້​ກ່າວ​ຮັບ, ​ໂດຍ​ຊ້ອງ​ໜ້າ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ຂອງ​ທັງ​ສອງ​ຝ່າຍ.

ສິ່ງ​ເສດ​ເຫລືອ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງນີ້ ມີ​ກະດູກ, ​ແຂ້ວ ​ແລະ ຫລັກ​ຖານ​ວັດ​ຖຸອື່ນໆ​ອີກ​ຈຳ​ນວນໜຶ່ງ ທີ່​ໄດ້​ຄົ້ນ​ພົບ​ຈາກ​ຈຸດ​ຄົ້ນ​ກໍລະນີ 1519 ຢູ່​ບ້ານ​ສົບ​ເປັງ, ​ເມືອງ​ບົວລະພາ, ​ແຂວງ​ຄຳ​ມ່ວນ; ກໍລະນີ 0526, ​ເມືອງ​ຊານ​ໄຊ ​ແຂວງ​ອັດ​ຕະປື; ກໍລະນີ 3036, ບ້ານ​ຊຽງ​ໂຮງ, ​ເມືອງ​ຊຽງ​ຄໍ້ ​ແລະ ​ແຫ່ງ​ອື່ນໆ​ໃນ​ສີ່​ແຂວງ. ຕາມ​ຕົວ​ເລກ​ທີ່ ​ຝ່າຍ​ອາ​ເມ​ລິ​ກາ ​ແຈ້ງ​ໃຫ້​ຊາບ, ທະຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ ​ສົງຄາມ​ຢູ່​ລາວ​ມີ​ທັງ​ໝົດ 570 ຄົນ ​ແລະ ນັບ​ແຕ່​ມີ​ການ​ຮ່ວມ​ມື​ຂອງ​ທັງ​ສອງ​ຝ່າຍ ​ແຕ່​ປີ 1983 ​ເປັນ​ຕົ້ນ​ມາ ລັດຖະບານ​ລາວ ​ໄດ້​ມອບ​ຊາກ​ ສົບທະຫານ​ອາ​ເມ​ລິ​ກາທີ່​ຫາຍ​ສາບ​ສູນ​ໃຫ້​ແກ່​ລັດຖະບານ ກໍ່​ຄື​ປະຊາຊົນ​ອາ​ເມ​ລິ​ກາ ຈຳນວນ 230 ຊາກ​ສົບ, ພ້ອມ​ດຽວ​ກັນ​ນີ້​ກໍ່​ຍັງ​ມີ​ກະດູກ ​ແລະ ສິ່ງ​ເສດ​ເຫລືອ​ຈຳນວນທີ່​ລັດຖະບານ​ລາວ ມອບ​ໃຫ້​ລັດຖະບານອ​​າ​ເມ​ລິ​ກາ ​ເພື່ອ​ນຳ​ໄປ​ພິສູດ ​ແລະ ວິ​ໄຈ ຊຶ່ງ​ຍັງ​ບໍ່​ສາມາດ​ຢືນຢັນ​ໄດ້.

​​ເວົ້າ​ລວມ​ແລ້ວ, ການ​ຮ່ວມ​ມື​ໃນ​ວຽກ​ງານ​ດັ່ງກ່າວ ​ແມ່ນ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ດີ​ເປັນ​ກ້າວໆ​ມາ, ຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ ​ຄື​ເຈົ້າ​ໜ້າທີ່​ຂອງ​ລາວ​ທຸກໆ​ຂັ້ນ, ​ແຕ່​ສູນ​ກາງ​ຈົນ​ເຖິງ​ທ້ອງ​ຖິ່ນ, ສິ່ງ​ເຫລົ່າ​ນີ້ ​ໄດ້​ສະ​ແດງ​ເຖິງ​ນະ​ໂຍບາຍ​ດ້ານມະນຸດສະທຳ ອັນ​ສະ​ເໝີ​ຕົ້ນ​ ສະ​ເໝີ​ປາຍ​ຂອງ​ລັດຖະບານ​ແຫ່ງ ສປປ ລາວ ທີ່​ມີ​ຕໍ່​ປະຊາຊົນ​ອາ​ເມ​ລິ​ກາ, ​ແລະ ​ໂດຍ​ສະ​ເພາະ​ແມ່ນ​ຕໍ່​ຄອບຄົວ ກໍ່​ຄື​ຍາດຕິ​ພີ່ນ້ອງ​ຂອງ ​ຜູ້​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ.

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la