ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ສານອວຍພອນວັນຊາດໂຄຼເອເຊຍ
ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງພະນະທ່ານ ສະເຕປານ ເມີຊິກ, ປະທານາທິບໍດີແຫ່ງ ສາທາລະນະລັດໂຄຼເອເຊຍ ທີ່ຊາແກຼບ, ຊຶ່ງມີເນື້ອໃນຄືດັ່ງນີ້: “ເນື່ອງໃນໂອກາດ ວັນຊາດແຫ່ງ ສາທາລະນະລັດ ໂຄຼເອເຊຍ, ຕາງຫນ້າໃຫ້ປະຊາຊົນ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນ ໂຄຼເອເຊຍ ເພື່ອນມິດທຸກ ຖ້ວນຫນ້າ. ຂ້າພະເຈົ້າຫວັງວ່າ, ມູນເຊື້ອແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສາທາ ລະນະລັດ ໂຄຼເອເຊຍ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາ ແລະ ເພື່ອສັນຕິພາບໂລກ. ”
ໃນໂອກາດດຽວກັນ ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນ ເຖິງພະນະທ່ານ ອີໂວ ຊານາເດີ້, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ໂຄຼເອເຊຍ ທີ່ຊາແກຼບ ໂດຍ ມີເນື້ອໃນດັ່ງນີ້: “ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດໂຄຼເອເຊຍ, ຕາງຫນ້າໃຫ້ລັດຖະບານແຫ່ງ ສປປ ລາວ ແລະ ໃນນາມສ່ວນ ຕົວ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດມາຍັງພະນະທ່ານ. ຂ້າ ພະເຈົ້າເຊື່ອຫມັ້ນວ່າ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງ ປະເທດພວກເຮົາ ຈະໄດ້ຮັບການເສີມຂະ ຫຍາຍຢ່າງມີຜົນສຳເລັດ ເພື່ອຜົນປະໂຫຍດຂອງສອງຊາດພວກເຮົາ ໃນໄລຍະໃໝ່, ເພື່ອການຮ່ວມມືສາກົນ ແລະ ສັນຕິ ພາບໂລກ”. ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງພະນະທ່ານ ຈໍແດນ ແຈນໂດຼໂກວິກ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂຄຼເອເຊຍ ເຊັ່ນດຽວກັນ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la