ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ສານອວຍພອນວັນຊາດສະໂລເວເນຍ

    ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງສານ ອວຍພອນເຖິງ ພະນະທ່ານ ດານີໂລເຕີກ, ປະທານາທິບໍດີ ແຫ່ງ ສາທາລະນະລັດສະໂລເວເນຍ ທີ່ລູບຽນນາ ໂດຍມີເນື້ອໃນວ່າ: “ ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ສະໂລເວເນຍ, ຕາງຫນ້າໃຫ້ປະຊາຊົນ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ປະຊາຊົນ ສະໂລເວເນຍທຸກຖ້ວນຫນ້າ. ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານ ຈົ່ງປະສົບຜົນສຳເລັດໃນການນຳພາປະເທດຊາດ ໄປສູ່ຄວາມວັດທະນາຖາວອນ. ຂ້າພະເຈົ້າສະແດງຄວາມເຊື່ອຫມັ້ນ ວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສະໂລເວເນຍຈະໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດ. ”

          ໃນໂອກາດດັ່ງກ່າວພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍ ພອນເຖິງ ພະນະທ່ານ ໂບຣັດ ປາໂຮ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສະໂລເວເນຍ ທີ່ລູບຽນນາ ເຊິ່ງມີຂໍ້ຄວາມວ່າ:ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ສະໂລເວເນຍ, ຕາງຫນ້າໃຫ້ລັດຖະບານລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ.ຂ້າພະ ເຈົ້າຂໍຖືໂອກາດນີ້ສະແດງຄວາມຫວັງ ທີ່​ຈະສືບຕໍ່ເສີມຂະຫຍາຍສາຍພົວພັນລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສະໂລເວເນຍ ບົນຈິດໃຈແຫ່ງ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ແລະ ການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ. ພະນະທ່ານ ດຣ. ທອງລຸນສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງພະນະທ່ານ ຊາມືນ ສະໂບກາ, ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ສະໂລເວເນຍ ເຊັ່ນດຽວກັນ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la