ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

ນາຍົກລັດຖະມົນຕີກູເວດສຳເລັດການຢ້ຽມຢາມ ສປປ ລາວ

ສົມເດັດເຊັກ ນາເຊີ ອາລ-ໂມຮາເມດ ອາລ-ອາຮາເມດ ອາລ-ຈາເບີ ອາລ-ຊາບາ, ນາຍົກລັດຖະມົນຕີແຫ່ງກູເວດ ແລະ ຄະນະໄດ້ສຳເລັດການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແຕ່ວັນທີ 5-6 ສິງຫາ 2008, ໃນໄລຍະຢູ່ ຢ້ຽມຢາມ ສປປ ລາວ ກໍ່ໄດ້ພົບປະສອງຝ່າຍ ເຊິ່ງຝ່າຍລາວນຳໂດຍພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທັງສອງຝ່າຍໄດ້ທົບທວນຄືນ ວຽກງານຮ່ວມມື ໃນຂະແໜງການຕ່າງໆ, ທັງສອງຝ່າຍໄດ້ປຶກສາ ຫາລືກັນເພື່ອຊອກຊ່ອງທາງໃນການສົ່ງເສີມ ການຮ່ວມມື ໃນທຸກຂະແໜງການທີ່ຕ່າງຝ່າຍ ທີ່ມີຄວາມສົນໃຈ ແລະ ມີຜົນປະ ໂຫຍດຮ່ວມກັນ. ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ສົມເດັດນາຍົກລັດຖະມົນຕີ ກູເວດ ກໍ່ໄດ້ເຂົ້າຢ້ຽມຢາມ ຂໍ່ານັບ ປະທານປະເທດແຫ່ງ ສປປ ລາວ ອີກດ້ວຍ.

ພິທີສົ່ງທາງການໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ສິງຫາ 2008ນີ້, ທີ່ນະຄອນຫລວງວຽງຈັນ ໂດຍມີ ພະນະ ທ່ານບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີພ້ອມດ້ວຍບັນດາ ທ່ານລັດຖະມົນຕີ ວ່າການ ຕະຫລອດຮອດ ພະນັກງານ ຂັ້ນສູງກ່ຽວຂ້ອງ ເຂົ້າຮ່ວມ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la