ທ່ານ ດຣ. ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ-ລາວ
ວັນທີ 6 ສິງຫາ 2008 ນີ້, ຢູ່ຫ້ອງຮັບແຂກກະຊວງການຕ່າງປະເທດ,
ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບ
ການເຂົ້າຢ້ຽມ ຂອງທ່ານ ໂດ້ ວັນຕ່າຍ,
ຮອງປະທານຜູ້ປະຈຳການສູນກາງສະມາຄົມມິດຕະພາບ ຫວຽດນາມ-ລາວ
ພ້ອມຄະນະໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄົບ
ຄະນະບໍລິຫານງານ ສະມາຄົມມິດຕະພາບລາວ-ຫວຽດນາມ ຄັ້ງທີ 1 ເຊິ່ງຈັດຂຶ້ນຢູ່ນະຄອນຫລວງ
ວຽງຈັນ, ໃນວັນທີ 6 ສິງຫາ 2008 ນີ້.
ໃນໂອກາດພົບປະໂອ້ລົມ, ທ່ານ ດຣ. ທອງລຸນ ສີສຸດລິດ
ກໍ່ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ໂດ້
ວັນຕ່າຍ ແລະ ຄະນະທີ່ເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບ
ສ່ວນອັນສຳຄັນຕໍ່ການ ປະກອບສ່ວນເສີມສ້າງສາຍພົວພັນ
ການຮ່ວມມືຊ່ວຍເຫລືອຮອບດ້ານລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ
ໂດຍສະເພາະ
ແມ່ນການຮ່ວມມືລະຫວ່າງສອງສະມາຄົມມິດຕະພາບລາວ-ຫວຽດນາມ,
ຫວຽດນາມ-ລາວໃຫ້ ດີຂຶ້ນເລື້ອຍໆ.