ກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ
I
ຂອງສະມາຄົມມິດຕະພາບ ລາວ -
ຫວຽດນາມ
ສະມາຄົມມິດຕະພາບລາວ-ຫວຽດນາມ
ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ
I
ຂຶ້ນ
ໃນມື້ວັນທີ
6
ສິງຫາ
2008,
ທີ່ສູນການຮ່ວມມືລາວ-ຍີ່ປຸ່ນ
(ICTC).ກອງປະຊຸມດັ່ງກ່າວ,
ແມ່ນພາຍໃຕ້ການເປັນປະທານຂອງທ່ານ ສຈ.ດຣ.
ສົມກົດ ມັງຫນໍ່ເມກ,
ກຳມະການສູນກາງພັກ,
ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ
ທັງເປັນປະທານສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ,
ໂດຍມີຜູ້ແທນຈາກສະມາຄົມມິດຕະພາບ
ລາວ-ຫວຽດນາມຂັ້ນແຂວງ
ແລະ ຫ້ອງການ
ພົວພັນຕ່າງປະເທດຂອງແຂວງແຂວງລະ
2
ທ່ານ ໃນທົ່ວປະເທດເຂົ້າຮ່ວມ.
ພ້ອມນີ້ຍັງມີຜູ້ແທນຈາກຄະນະພົວພັນຕ່າງປະເທດ
ສູນກາງພັກ,
ຄະນະບໍລິຫານງານ
ສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ,
ຜູ້ແທນຈາກສະມາຄົມມິດຕະພາບ
ຫວຽດນາມ-ລາວ,
ສະຖານເອກອັກຄະລັດຖະທູດ
ຫວຽດນາມປະຈຳ ສປປ ລາວ ແລະ
ພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ.
ກອງປະຊຸມໄດ້ດຳເນີນໄປເປັນເວລາ
1
ວັນເຕັມ,
ໂດຍໄດ້ຜ່ານບົດສະຫລຸບການຈັດຕັ້ງ ແລະ
ການເຄື່ອນໄຫວຂອງສະມາຄົມໃນຊຸມປີຜ່ານມາ ໂດຍສະເພາະ
ແມ່ນການສະຫລຸບເຄື່ອນໄຫວ
ສະເຫລີມ ສະຫລອງງານບຸນມະໂຫລານ
ພົບປະມິດຕະພາບລະຫວ່າງ
ປະຊາຊົນສອງຊາດລາວ-ຫວຽດນາມ
ເນື່ອງໃນໂອກາດ
ສະເຫລີມສະຫລອງ
2
ວັນປະຫວັດສາດລາວ-ຫວຽດນາມ,
ພ້ອມນີ້ຍັງໄດ້ຮັບຟັງການລາຍງານ ແລະ
ປະກອບຄຳຄິດຄຳເຫັນ
ຈາກຜູ້ແທນບັນດາແຂວງ
ຕ່າງໆໃນດ້ານຕັ້ງຫນ້າ ແລະ ຂໍ້ຄົງຄ້າງ ເພື່ອແລກປ່ຽນຖອດຖອນບົດຮຽນຮ່ວມກັນ,
ພ້ອມນັ້ນ
ກໍ່ກຳນົດທິດທາງແຜນການເຄື່ອນໄຫວ
ໃນຕໍ່ຫນ້າໃຫ້ໄດ້ຮັບຜົນດີ.
ໃນຕອນທ້າຍຂອງກອງປະຊຸມໄດ້ຮັບກຽດຟັງຄຳໂອ້ລົມຂອງ ພະນະທ່ານ ດຣ.
ທອງລຸນ ສີສຸລິດ,
ກຳມະການກົມການເມືອງສູນກາງພັກ,
ຮອງນາຍົກລັດຖະມົນຕີ,
ຫົວຫນ້າຄະນະພົວພັນ
ຕ່າງປະເທດສູນກາງພັກ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ມອບໃບຍ້ອງ
ຍໍໃຫ້ບັນດາແຂວງທີ່ມີຜົນງານ ແລະ
ຄຸນງາມຄວາມດີໃນການປະກອບສ່ວນເສີມສ້າງສາຍ
ພົວພັນ
ພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ,
ກອງປະຊຸມໄດ້ປິດລົງ
ໃນຕອນແລງຂອງວັນດຽວກັນ.