ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ສານຂອງທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ
ໃນໂອກາດວັນສ້າງຕັ້ງອາຊຽນ ຄົບຮອບ 41
ປີ ແລະ ຄົບຮອບ
11
ປີທີ່ ສປປ ລາວເຂົ້າເປັນສະມາຊິກອາຊຽນ

ພໍ່ແມ່ພີ່ນ້ອງ ປະຊາຊົນລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ, ເນື່ອງໃນໂອກາດສະເຫລີມສະຫລອງຄົບຮອບ 41 ປີ ຂອງການສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີອາຄະເນ ຫລື ອາຊຽນ ແລະ ການສະເຫລີມສະຫລອງຄົບຮອບ 11 ປີ ທີ່ ສປປ ລາວ ເຂົ້າເປັນສະມາ ຊິກອາຊຽນ, ຂ້າພະເຈົ້າຂໍສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຂໍສົ່ງຄຳອວຍພອນໄຊອັນປະເສີດ ແລະ ຄຳຊົມເຊີຍທີ່ຈິງໃຈ ມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ໄດ້ປະກອບສ່ວນຢ່າງ ຕັ້ງຫນ້າເຂົ້າໃນວຽກງານອາຊຽນຕະຫລອດໄລຍະ 11 ປີທີ່ຜ່ານມາ. ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ ປີ 1967, ຕະຫລອດໄລຍະເວລາ 41 ປີ, ອາຊຽນໄດ້ຜ່ານຜ່າຫລາຍບາດລ້ຽວທີ່ສຳຄັນເພື່ອຮັບມືກັບສິ່ງທ້າທາຍຕ່າງໆຢູ່ໃນພາກພື້ນ.

ມາເຖິງປະຈຸບັນອາຊຽນໄດ້ກາຍເປັນອົງການຈັດຕັ້ງພາກພື້ນທີ່ເຂັ້ມແຂງ ແລະ ມີຄວາມກົມກຽວກັນຂຶ້ນເທື່ອລະກ້າວ, ບັນລຸໄດ້ບັນດາຂີດ ຫມາຍອັນສຳຄັນ ແລະ ຈຸດປະສົງພື້ນຖານຕ່າງໆ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພາກພື້ນເພື່ອຄວາມ ວັດທະນາຖາວອນ ແລະ ຄວາມສົມບູນພູນສຸກຂອງບັນດາປະຊາຊາດໃນອາຊີອາຄະເນ ໂດຍຍຶດຫມັ້ນໃນຫລັກການພື້ນຖານແຫ່ງການ ເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຄວາມສະເຫມີພາບ ແລະ ການບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ ແລະ ກັນ. ຜົນສຳເລັດອັນໃຫຍ່ຫລວງຂອງອາຊຽນ ໃນການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກດ້ວຍກັນ ແລະ ໃນການພົວພັນຮ່ວມມື ກັບພາຍນອກໃນໄລຍະ 41 ປີທີ່ຜ່ານມາ, ໄດ້ສະແດງອອກໃນດ້ານຕ່າງໆດັ່ງນີ້: ທາງດ້ານການເມືອງ: ອາຊຽນປະກອບດ້ວຍ 10 ບັນດາປະຊາຊາດທີ່ນອນຢູ່ໃນພາກພື້ນອາຊີອາຄະເນຢ່າງຄົບຖ້ວນສົມບູນ ທີ່ຜູກພັນກົມກຽວກັນດ້ວຍຄວາມສາມັກຄີ ແລະ ເອກະພາບ, ດຳລົງຄົງຕົວຢູ່ຮ່ວມກັນໃນສັນຕິພາບ, ຄວາມສະຫງົບສຸກ ແລະ ຮ່ວມກັນພັດທະນາ, ການລົງນາມກົດບັດອາຊຽນຂອງບັນດາຜູ້ນຳ ໃນເດືອນພະຈິກ 2007, ທີ່ສິງກະໂປ ໄດ້ເປັນບາດລ້ຽວທີ່ສຳຄັນຂອງອາຊຽນ.

ໃນປະຈຸບັນຫລາຍປະເທດໄດ້ສຳເລັດການໃຫ້ສັດຕະຍາບັນແລ້ວ ແລະ ບາງປະເທດກຳລັງດຳເນີນຂັ້ນຕອນພາຍໃນຂອງຕົນເພື່ອໃຫ້ ສັດຕະຍາບັນແກ່ກົດບັດດັ່ງກ່າວຕໍ່ໄປ. ເມື່ອກົດບັດນີ້ມີຜົນບັງຄັບໃຊ້ ແລະ ໄດ້ຮັບການຈັດຕັ້ງປະຕິບັດອາຊຽນຈະມີຖານະເປັນນິຕິບຸກຄົນ, ເປັນອົງການຈັດຕັ້ງທີ່ມີລະບຽບຫລັກການຮັດກຸມ ໃນການເຄື່ອນໄຫວຂອງຕົນ, ມີກອງເລຂາອາຊຽນທີ່ມີປະສິດທິພາບ, ຈະມີຂອບການ ຮ່ວມມືທີ່ມີການປະສານສົມທົບກັນ ແລະ ມີປະສິດທິພາບຫລາຍຂຶ້ນກວ່າເກົ່າ. ທາງດ້ານເສດຖະກິດ: ອາຊຽນໄດ້ຮ່ວມຕົວກັນໃນການ ເຊື່ອມໂຍງເສດຖະກິດເຂົ້າຫາກັນ ເພື່ອກາຍເປັນຕະຫລາດ ແລະ ຖານການຜະລິດອັນດຽວເພື່ອກ້າວໄປສູ່ການສ້າງເຂດການຄ້າເສລີ ແລະ ເຊື່ອມໂຍງກັບພາກພື້ນອື່ນ. ປະຈຸບັນ, ອາຊຽນໄດ້ກາຍເປັນພາກພື້ນຫນຶ່ງທີ່ມີລະດັບການພັດທະນາເສດຖະກິດດ້ວຍຈັງຫວະການຂະຫຍາຍ ຕົວສູງຢູ່ໃນໂລກ. ທາງດ້ານສັງຄົມວັດທະນະທຳ: ອາຊຽນທີ່ປະກອບດ້ວຍຄວາມຫລາກຫລາຍທາງດ້ານວັດທະນະທຳ, ມີເຊື້ອຊາດ ແລະ ສາສະຫນາທີ່ແຕກຕ່າງກັນແຕ່ຢູ່ຮ່ວມກັນດ້ວຍຄວາມກົມກຽວ ແລະ ສາມັກຄີ ເຊິ່ງຜົນສຳເລັດອັນໃຫຍ່ຫລວງທີ່ໄດ້ບັນລຸ ແລະ ຈະບັນລຸຕໍ່ໄປນັ້ນຈະເປັນຕົວແທນທີ່ດີໃຫ້ແກ່ວົງຄະນາຍາດສາກົນໃນພາກພື້ນອື່ນໆ. ທາງດ້ານການພົວພັນກັບພາຍນອກ: ອາຊຽນທີ່ເປີດກ້ວາງອອກສູ່ວົງຄະນາຍາດສາກົນຢ່າງກ້ວາງຂວາງໄດ້ກາຍເປັນອົງການຈັດຕັ້ງພາກພື້ນຫນຶ່ງທີ່ມີບົດບາດສູງເດັ່ນໃນເວທີສາກົນ. ການພົວພັນ ແລະ ການຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ເຈລະຈາໄດ້ຖືກເສີມຂະຫຍາຍກ້ວາງອອກເລື້ອຍໆ ໂດຍອາຊຽນມີບົດບາດເປັນແກນນຳໃນຂອບການຮ່ວມມືຕ່າງໆເຊັ່ນ: ອາຊຽນ+3, ອາຊຽນ+1, ເວທີປຶກສາຫາລືພາກພື້ນອາຊຽນ (ARF), ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS).

ມາຮອດປະຈຸບັນມີ 15 ປະເທດ. ນອກພາກພື້ນອາຊຽນ ໃນນັ້ນລວມມີ: ສປ ຈີນ, ຍີ່ປຸ່ນ, ຣັດເຊຍ ແລະ ຝຣັ່ງກໍ່ໄດ້ເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີອາຄະເນ ເຊິ່ງ ສປປ ເກົາຫລີ ເປັນປະເທດທີ 15 ທີ່ໄດ້ເຂົ້າເປັນພາຄີສົນທິສັນຍາດັ່ງກ່າວ ໃນທ້າຍເດືອນກໍລະກົດທີ່ຜ່ານມານີ້. ສ່ວນສະຫະພາບເອີຣົບກໍ່ໄດ້ສະແດງເຈດຈຳນົງເຂົ້າເປັນພາຄີສົນທິສັນຍາດັ່ງກ່າວເຊັ່ນກັນ ເຊິ່ງກຳລັງຢູ່ໃນການພິຈາລະນາຂອງອາຊຽນຢູ່. ພ້ອມກັນນັ້ນ, ບາງປະເທດກໍ່ສະແດງຄວາມມຸ້ງຫວັງຂອງຕົນເພື່ອເຂົ້າເປັນຄູ່ເຈລະຈາອາຊຽນ ແລະ ເຂົ້າຮ່ວມເວທີປຶກສາຫາລືພາກພື້ນອາຊຽນ (ARF) ຕື່ມອີກ.

ພໍ່ແມ່ພີ່ນ້ອງຊາວລາວທີ່ຮັກແພງທັງຫລາຍ, ການເຂົ້າເປັນສະມາຊິກອາຊຽນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 23 ກໍລະກົດ 1997 ນັ້ນ, ມັນເປັນຂີດຫມາຍທາງປະຫວັດສາດທີ່ສຳຄັນອັນຫນຶ່ງຂອງປະເທດເຮົາ ເພາະມັນແມ່ນຫມາກຜົນແຫ່ງການດຳເນີນນະໂຍບາຍການຕ່າງປະເທດແຫ່ງສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດເຮົາ ແລະ ເປັນການສົມທົບທ່າແຮງຂອງພວກເຮົາທີ່ມີຢູ່ເຂົ້າກັບກຳລັງແຮງສັງລວມຂອງພາກພື້ນອາຊີອາຄະເນ ໂດຍສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄຫມ. ໃນໄລຍະ 11 ປີທີ່ຜ່ານມາ, ສປປ ລາວ ໄດ້ສຸມທຸກຄວາມພະຍາຍາມປະກອບສ່ວນເຂົ້າໃນພາລະກິດຂອງອາຊຽນໄປພ້ອມໆກັບການຈັດຕັ້ງປະຕິບັດນະໂຍບາຍຕ່າງປະເທດຂອງພັກ ແລະ ລັດຄື: ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືກັບທຸກໆປະເທດເພື່ອປົກປັກຮັກສາ ແລະ ສ້າງສາລະບອບໃຫມ່ຂອງພວກເຮົາ. ເສດຖະກິດຂອງ ສປປລາວ ກໍ່ໄດ້ເຊື່ອມຕົວເຂົ້າກັບເສດຖະກິດຂອງພາກພື້ນທີ່ສ້າງຄວາມສາມາດແຂ່ງຂັນໃຫ້ແກ່ເສດຖະກິດພາຍໃນປະເທດຂອງພວກເຮົາເທື່ອລະກ້າວ, ການຫັນ ສປປ ລາວ ໃຫ້ເປັນເສັ້ນທາງເຊື່ອມຕໍ່ທາງດ້ານຄົມມະນາຄົມກັບປະເທດເພື່ອນບ້ານ ແລະ ພາກພື້ນໄດ້ເປັນຮູບປະທຳຂຶ້ນ. ການຄ້າ ແລະ ການລົງທຶນກໍ່ໄດ້ຂະຫຍາຍຕົວ ໃນຈັງຫວະທີ່ຕໍ່ເນື່ອງ ແລະ ໄວ. ບັນດາພະນັກງານລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດໄດ້ເຄື່ອນໄຫວກິດຈະກຳຕ່າງໆຂອງອາຊຽນ ກໍ່ສາມາດຍົກສູງລະດັບຄວາມຮູ້ ແລະ ປະສົບການຂອງຕົນຂຶ້ນຕື່ມ.ພໍ່ແມ່ພີ່ນ້ອງ ແລະ ເພື່ອນມິດທີ່ຮັກແພງທັງຫລາຍ,ບັນດາຜົນສຳເລັດທີ່ພວກເຮົາຍາດມາໄດ້ທັງຫມົດນັ້ນ ແມ່ນຍ້ອນໄດ້ຮັບການຊີ້ນຳ ນຳພາຢ່າງໃກ້ຊິດຕິດແທດຂອງສູນກາງພັກ ແລະ ລັດຖະບານ ແລະ ໄດ້ມາຍ້ອນຄວາມເປັນເຈົ້າການຂອງພະນັກງານ, ລັດຖະກອນທຸກໆພາກສ່ວນ ນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນທີ່ໄດ້ນຳພາທົ່ວສັງຄົມປະກອບສ່ວນເຂົ້າໃນວຽກງານອາຊຽນຕະຫລອດທົດສະວັດທີ່ຜ່ານມາ.

ຂ້າພະເຈົ້າຂໍຖືໂອກາດນີ້ ຕາງຫນ້າໃຫ້ສູນກາງພັກ, ລັດຖະບານສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການສະຫນັບສະຫນູນ, ການຊ່ວຍເຫລືອ ແລະ ການປະກອບສ່ວນດັ່ງກ່າວນັ້ນຢ່າງສຸດໃຈ. ຮຽນບັນດາທ່ານ, ບັນດາສະຫາຍເພື່ອນມິດ ແລະ ພໍ່ແມ່ພີ່ນ້ອງຊາວລາວທຸກຖ້ວນຫນ້າ, ເຖິງວ່າອາຊຽນຈະໄດ້ຮັບຜົນສຳເລັດອັນໃຫຍ່ຫລວງໃນໄລຍະຜ່ານມາກໍ່ຕາມ, ອາຊຽນກໍ່ຍັງມີພາລະກິດອັນໃຫຍ່ຫລວງໃນຕໍ່ຫນ້າ ໂດຍສະເພາະແມ່ນການເລັ່ງລັດສ້າງປະຊາຄົມອາຊຽນທີ່ມີຄວາມໂອບເອື້ອອາລີ, ກົມກຽວ ແລະ ຮັບໃຊ້ປະຊາຊົນດ້ວຍ 3 ເສົາຄໍ້າເຊັ່ນ: ປະຊາຄົມການເມືອງຄວາມຫມັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳສັງຄົມອາຊຽນໃຫ້ໄດ້ພາຍໃນ ປີ 2015. ເພື່ອບັນລຸເປົ້າຫມາຍອັນສູງສົ່ງດັ່ງກ່າວ, ອາຊຽນຕ້ອງສຸມພາລະກິດຍຸດທະສາດ ແລະ ພັນທະຂອງຕົນເຂົ້າໃນການຊ່ວຍເຫລືອບັນດາປະເທດສະມາຊິກໃຫມ່ຂອງອາຊຽນໃຫ້ມີເສດຖະກິດທີ່ຂະຫຍາຍໂຕໄວຕໍ່ເນື່ອງ ແລະ ຫນັກແຫນ້ນ ເພື່ອຮັດແຄບຄວາມແຕກໂຕນດ້ານເສດຖະກິດລະຫວ່າງບັນດາປະເທດສະມາຊິກໃຫມ່ ແລະ ເກົ່າຂອງອາຊຽນ ແລະ ເພື່ອກ້າວເຂົ້າສູ່ການເຊື່ອມໂຍງກັນທາງດ້ານເສດຖະກິດໄດ້ຕາມກຳນົດເວລາ. ເປັນທີ່ເຂົ້າໃຈກັນດີແລ້ວວ່າ ຜົນສຳເລັດ ແລະ ຄວາມເຂັ້ມແຂງ, ຄວາມເປັນປຶກແຜ່ນຂອງອາຊຽນ ນອກຈາກມີຜົນປະໂຫຍດໂດຍກົງຕໍ່ບັນດາປະຊາຊາດຂອງອາຊຽນແລ້ວ, ມັນຍັງນຳເອົາຜົນປະໂຫຍດໃນຫລາຍດ້ານສູ່ພາຍນອກອີກດ້ວຍ, ສະນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາຄູ່ເຈລະຈາຂອງອາຊຽນ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຈົ່ງສືບຕໍ່ໃຫ້ການສະຫນັບສະຫນູນ ແລະ ຊ່ວຍເຫລືອອາຊຽນເວົ້າລວມ, ເວົ້າສະເພາະຕໍ່ບັນດາປະເທດອາຊຽນໃຫມ່ (CLMV) ໃຫ້ຫລາຍຂຶ້ນ ເພື່ອບັນລຸເປົ້າຫມາຍແຫ່ງການເຊື່ອມໂຍງທີ່ໄດ້ຕົກລົງກັນໄວ້ໃນແຜນປະຕິບັດງານວຽງຈັນ ໃນປີ 2004. ສຳລັບ ສປປ ລາວແລ້ວ, ແມ່ນຖືການເຂົ້າຮ່ວມເຄື່ອນໄຫວວຽກງານຢ່າງຫ້າວຫັນ ແລະ ສະເຫມີຕົ້ນສະເຫມີປາຍ ໃນອາຊຽນແມ່ນເປັນພັນທະອັນສຳຄັນຍິ່ງຂອງຕົນ ເຊິ່ງຈະນຳຜົນປະໂຫຍດອັນສຳຄັນມາສູ່ປະເທດຂອງພວກເຮົາສືບຕໍ່ໄປ.

ຂ້າພະເຈົ້າຂໍຖືໂອກາດນີ້ ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງເພີ່ມທະວີຄວາມເປັນເຈົ້າການໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ເພື່ອຍາດເອົາຜົນປະໂຫຍດມາສູ່ປະເທດ ແລະ ປະຊາຊົນຂອງພວກເຮົາ ແລະ ກໍ່ເປັນການປະກອບສ່ວນເຂົ້າໃນຜົນປະໂຫຍດລວມເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອຄວາມວັດທະນາຖາວອນ ແລະ ຄວາມສົມບູນພູນສຸກຂອງພາກພື້ນ ແລະ ຂອງໂລກອີກດ້ວຍ.    

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la