ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ໂທລະເລກສະແດງຄວາມເຫັນໃຈ

ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ພະນະທ່ານ ພົນເອກ ເທນ ເຊນ, ນາຍົກລັດຖະມົນຕີແຫ່ງສະຫະພາບມຽນມາ ທີ່ ນະຄອນຫລວງເນປີດໍ ເຊິ່ງມີເນື້ອໃນວ່າ: ຂ້າພະເຈົ້າໄດ້ຊາບຂ່າວວ່າ ໃນວັນທີ 2 ພຶດສະພາ 2008 ໄດ້ ເກີດມີພາຍຸໄຊໂຄຼນນາກິດ(Nargis) ຈາກອ່າວເບນກໍ (Bay of Benfgai) ອັນໄດ້ສ້າງຄວາມເສຍຫາຍ ທາງດ້ານຊີວິດ ແລະ ຊັບສິນແກ່ປະຊາຊົນມຽນມາ ທີ່ອາໄສຢູ່ເຂດຕອນລຸ່ມຂອງ ປະເທດ ຈົນເຖິງລັດມອນແລະ  ກະລ່ຽງ ເປັນຈຳນວນບໍ່ຫນ້ອຍ.

ຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂ້າພະເຈົ້າຂໍ ສະແດງຄວາມເສຍໃຈ ແລະ ເຫັນໃຈມາຍັງພະນະທ່ານ  ກໍຄືປະຊາຊົນມຽນມາ ໂດຍ ສະເພາະບັນດາຄອບຄົວຂອງຜູ້ທີ່ໄດ້ ຮັບເຄາະຮ້າຍຈາກເຫດການໄພພິບັດໃນຄັ້ງນີ້. ຂ້າພະເຈົ້າເຊື່ອຫມັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງສະພາສັນຕິພາບ ແລະ ການພັດທະນາແຫ່ງລັດ ກໍຄືລັດຖະບານມຽນມາ ແລະ ການຮ່ວມມືຊ່ວຍເຫລືອຈາກວົງຄະນາຍາດສາກົນ,  ປະຊາຊົນມຽນມາ ຈະສາມາດຟື້ນຟູເຂດທີ່ຖືກເສຍຫາຍຈາກໄພພິບັດດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
              

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
                                            ນະຄອນຫລວງວຽງຈັນ ວັນທີ 5 ພຶດສະພາ 2008.

___________________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la