ລ.ມ.ຕ ຕ່າງປະເທດຕ້ອນຮັບ ຄະນະຜູ້ແທນອົງການຝຣັ່ງໂກໂຟນີສາກົນ
ໃນຕອນເຊົ້າຂອງ ວັນທີ
2
ພຶດສະພາ
2008
ຢູ່ທີ່ຫ້ອງຮັບແຂກກະຊວງການຕ່າງປະເທດ,
ທ່ານ ດຣ. ທອງລຸນ ສີສຸລິດ,
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນອົງການ ຝຣັ່ງ
ໂກໂຟນີ
ສາກົນ (OIF)
ນຳໂດຍ ທ່ານນາງ
Michele
Gendreau MASSALOUX,
ຜູ້ຕາງຫນ້າຂອງທ່ານເລຂາທິການ
ໃຫຍ່ອົງການຝຣັ່ງໂກໂຟນີສາກົນ,
ທັງເປັນອະທິການບໍດີ ອົງການ
ມະຫາວິທະຍາໄລ ຝຣັ່ງໂກໂຟນີ (AUF)
ທີ່ໄດ້ເດີນທາງມາຢ້ຽມຢາມ
ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ
1-7
ພຶດສະພາ
2008.
ຈຸດປະສົງຂອງການຢ້ຽມຢາມແມ່ນ ມາມອບສານຂອງ ທ່ານ ອັບດູ ດີອຸບ,
ເລຂາທິການໃຫຍ່ ອົງການ
OIF
ທີ່ສົ່ງເຖິງ ທ່ານ ຈູມມາລີ ໄຊຍະສອນ,
ປະທານປະເທດແຫ່ງ ສປປ ລາວ ເພື່ອສະແດງຄວາມຂອບ ໃຈຕໍ່
ລັດຖະບານ
ລາວທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຝຣັ່ງໂກໂຟນີຄັ້ງທີ
23
ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ
20-21
ພະຈິກ
2007
ແລະ ໃນໂອກາດກອງປະຊຸມດັ່ງກ່າວ ໄດ້ໃຫ້ການຮັບຕ້ອນ
ຄະນະຜູ້ແທນຂອງອົງການຝຣັ່ງໂກໂຟນີສາກົນ
ຢ່າງອົບອຸ່ນ,
ພ້ອມດຽວກັນນັ້ນກໍ່ເພື່ອເກັບກຳເອົາຂໍ້ມູນກ່ຽວກັບການນຳໃຊ້
ພາສາຝຣັ່ງ, ປະເມີນຜົນຂອງ
ການຮ່ວມມືລະຫວ່າງອົງການ
ຝຣັ່ງໂກໂຟນີ
ກັບ ສປປ ລາວ ແລະ ການສົ່ງເສີມຄວາມຫລາກຫລາຍທາງດ້ານ
ວັດທະນະທຳ, ແນໃສ່ເອົາການປະຕິບັດໂຄງການ
ເພື່ອເສີມຂະຫຍາຍການນຳໃຊ້ພາສາຝຣັ່ງຢູ່ລາວ
ເປັນແບບຢ່າງໃຫ້
ຂົງເຂດອື່ນໆ
ເຊິ່ງຈະໄດ້ປຶກສາຫາລືກັນໃນກອງປະຊຸມສຸດ
ຍອດຝຣັ່ງ
ໂກໂຟນີທີ່ເກເບັກ,
ປະເທດການາດາ ໃນ
ເດືອນຕຸລາ
2008
ນີ້.
ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ອົງການຝຣັ່ງໂກໂຟນີສາກົນ
ທີ່ໄດ້ໃຫ້ການຊ່ວຍ ເຫລືອ, ສະຫນັບ
ສະຫນູນ ສປປ ລາວ ໃນການເປັນເຈົ້າພາບກອງປະຊຸມລັດຖະມົນຕີຝຣັ່ງໂກໂຟນີ
ຄັ້ງທີ
23
ທີ່ດຳເນີນດ້ວຍຜົນສຳເລັດອັນຍິ່ງໃຫຍ່ ແລະ
ກໍ່ໄດ້ແຈ້ງສະພາບການຮຽນພາສາຝຣັ່ງຢູ່ລາວ ແລະ ກໍ່ຫວັງວ່າທາງ
ອົງການຝຣັ່ງໂກໂຟນີສາກົນ
ຈະສືບຕໍ່ໃຫ້ການສະຫນັບສະຫນູນ
ແກ່ໂຄງການຕ່າງໆ ເພື່ອສົ່ງເສີມການຮຽນການສອນ
ພາສາຝຣັ່ງຢູ່ ສປປ ລາວ ເຊັ່ນ: ໂຄງການຫ້ອງຮຽນ
2
ພາສາ ລາວ-ຝຣັ່ງ,
ໂຄງການສົ່ງເສີມຄຸນຄ່າການສິດ
ສອນພາສາຝຣັ່ງໃນອາຊີຕາເວັນອອກສ່ຽງໃຕ້ (VALOFRASE)
ແລະ ອື່ນໆ.
ການພົບປະໂອ້ລົມລະຫວ່າງແຂກ ແລະ ເຈົ້າພາບ
ດຳເນີນດ້ວຍບັນຍາກາດອັນສະຫນິດສະຫນົມ. ໃນໂອ ກາດເຮັດວຽກຢູ່
ສປປ ລາວຄະນະຜູ້ແທນອົງການຝຣັ່ງໂກໂຟນີສາກົນ
ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ປອນເມກ ດາລາລອຍ,
ລັດຖະມົນຕີວ່າ
ການກະຊວງ
ສາທາລະນະສຸກ,
ທ່ານ ລີຕູ້ ບົວປາວ,
ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ,
ທ່ານ ບົວເງິນ ຊາພູວົງ,
ລັດຖະມົນຕີຊ່ວຍວ່າການ
ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ແລະ
ພົບປະເຮັດວຽກກັບ ທ່ານ ສຸກກົງແສງ ໄຊຍະເລີດ,
ອະທິການບໍດີມະຫາວິທະຍາໄລ
ແຫ່ງຊາດ ແລະ
ພາກສ່ວນຕ່າງໆທີ່ມີກິດຈະກຳຮ່ວມກັບໂຄງການຕ່າງໆຂອງອົງການຝຮັ່ງໂກໂຟນີສາກົນ.