
ທ່ານປະທານປະເທດຕ້ອນຮັບທູດສີລັງກາ
ແລະເບແນງເຂົ້າຍື່ນສານຕາຕັ້ງ
ໃນຕອນເຊົ້າຂອງວັນທີ 7 ພຶດສະພາ 2008ນີ້, ທ່ານ ຈູມມາລີ
ໄຊຍະສອນ, ປະທານປະເທດ ແຫ່ງ ສປປລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຍື່ນສານຕາຕັ້ງ
ຂອງທູດສີລັງກາ ແລະ ທູດເບແນງ ທີ່ຫໍຄຳ ນະຄອນຫລວງ
ວຽງຈັນ.
ເວລາ 8: 30 ໂມງ, ທ່ານປະທານປະເທດ ຈູມມາລີ ໄຊຍະສອນ
ໄດ້ຕ້ອນຮັບເຂົ້າຍື່ນສານຕາຕັ້ງຂອງ ທ່ານ ສາດສະດາຈານ
ດີຊານາຢາກາ ຈາຢາຣາບັນດາ ເພື່ອດຳລົງຕຳແຫນ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ
ແຫ່ງສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ
ປະຈຳ ສປປ ລາວ ຊຶ່ງມີສຳນັກງານຕັ້ງຢູ່ ບາງກອກ
ປະເທດໄທ. ລາວ ແລະ ສີລັງກາ ສ້າງຕັ້ງສາຍພົວພັນການທູດນຳກັນ
ວັນທີ 20 ກໍລະກົດ ປີ 1965, ປີ 2000 ລາວ ແລະ ສີລັງກາໄດ້ຜັນຂະຫຍາຍ
MOU ນຳກັນວ່າດ້ວຍການຮ່ວມມືທາງດ້ານການສຶກສາ,
ກິລາ, ການຄ້າ ແລະ ວັດທະນະທຳ, ລັດຖະບານສີລັງກາ
ໄດ້ໃຫ້ທຶນຝຶກອົບຮົມໄລຍະສັ້ນແກ່ຝ່າຍລາວ ຫລາຍດ້ານ
ເຊັ່ນ: ດ້ານຄອມພີວເຕີ, ຂະຫຍາຍພັນເບ້ຍໄມ້,
ສາທາລະນະສຸກ, ພາສາອັງກິດ ແລະ ການບໍລິການ. ປະຈຸບັນລັດຖະບານ
ສີລັງກາຍັງສຶບຕໍ່ໃຫ້ ທຶນຝຶກອົບຮົມແກ່ພະນັກງານລາວຫລາຍຂະ
ແໜງ.
ເວລາ 9: 15 ໂມງ, ທ່ານ ປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບ
ທ່ານ ເຊໂດຊານ ຊອງໂຄຣດ ເຂົ້າຍື່ນ ສານຕາຕັ້ງ ເພື່ອດຳລົງຕຳແຫນ່ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ
ແຫ່ງສາທາລະນະລັດ ເບແນງ ປະຈຳ ສປປລາວ ທີ່ມີສຳນັກງານຕັ້ງຢູ່
ນະຄອນຫລວງ ປັກກິ່ງ ສປ ຈີນ. ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບແນງ
ສ້າງຕັ້ງສາຍພົວພັນການທູດນຳກັນ ເມື່ອວັນທີ 2 ມັງກອນ
1977. ລາວ-ເບແນງ ມີສາຍພົວພັນນຳກັນເປັນປົກກະຕິ,
ແຕ່ທັງສອງປະເທດຍັງບໍ່ທັນໄດ້ມີການຮ່ວມມື ດ້ານເສດຖະກິດ
ການຄ້າ ຫລື ເຊັນສັນຍາໃດໆນຳກັນເທື່ອ. ໃນໂອກາດນີ້
ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ກ່າວສະແດງຄວາມຍິນດີ
ຕ້ອນຮັບ ທ່ານທູດທັງສອງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ
ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ
ປະຈຳ ສປປລາວ ແລະ ເຊື່ອຫມັ້ນວ່າ ທ່ານທູດທັງສອງຈະເຮັດໜ້າທີ່ສືບຕໍ່ສົ່ງເສີມF
ປັບປຸງການພົວພັນຮ່ວມມືແຕ່ລະ ດ້ານໃຫ້ດີຂຶ້ນເທື່ອລະກ້າວ.