ເສີມຂະຫຍາຍສາຍພົວພັນມິດຕະພາບລາວ-ສີລັງກາ
ທ່ານ ບົວສອນບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງພະນະ ທ່ານ
ສາດສະດາຈານ ດີຊານາຢາກາ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ສັງຄົມນິຍົມ
ສີລັງກາ ປະຈຳ ສປປ ລາວ ພາຍຫລັງທີ່ໄດ້ເຂົ້າຍື່ນສານຕາຕັ້ງຕໍ່
ທ່ານ ຈູມມະລີ ໄຊຍະສອນ, ປະທານປະເທດ ໃນຕອນເຊົ້າຂອງວັນທີ 7
ພຶດສະພາ 2008 ນີ້.
ທ່ານ ນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ໄດ້ສະແດງຄວາມຍິນດີ
ແລະ ຊົມເຊີຍຕໍ່ ທ່ານ ສາດສະດາຈານ ດີຊານາຢາກາ
ທີ່ໄດ້ຖືກແຕ່ງຕັ້ງ ຈາກລັດຖະບານ ສີລັງກາໃຫ້ມາດຳລົງຕຳແຫນ່ງ ເອກອັກຄະລັດຖະທູດ
ວິສາມັນ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສັງຄົມນິຍົມ
ປະຊາທິປະໄຕ ສີລັງກາ ປະຈຳ ສປປ ລາວ ຊຶ່ງເປັນຂີດໝາຍ
ອັນສຳຄັນໃນການເພີ່ມທະວີ, ຮັດແໜ້ນ ສາຍພົວພັນດ້ານການທູດ
ລາວ-ສີລັງກາ ແລະ ເຊື່ອຫມັ້ນວ່າ ທ່ານທູດ ຈະສືບ
ຕໍ່ຕັ້ງຫນ້າ ປະກອບສ່ວນເຂົ້າໃນການເສີມສ້າງສາຍ
ພົວພັນມິດຕະພາບລະຫວ່າງ ສປປ ລາວ ແລະ ສີລັງກາ
ໃຫ້ດີຂຶ້ນເລື້ອຍໆ.
ໃນໂອກາດນີ້, ທ່ານ ສາດສະດາຈານ ດີຊານາຢາກາ ໄດ້ກ່າວຢືນຢັນຕໍ່
ທ່ານ ບົວສອນ ບຸບຜາວັນ, ນາຍົກ ລັດຖະມົນຕີ ແຫ່ງສປປ ລາວ ຈະເຮັດສຸດຄວາມສາມາດເພື່ອສືບຕໍ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ
ສີລັງກາ ແລະ ລາວຂະຫຍາຍຕົວຍິ່ງຂຶ້ນ.