ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຕ້ອນຮັບທູດ ອິດສະຣາແອນ ອຳລາ
ໃນວັນທີ 8 ມິຖຸນາ 2009, ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ເອບຟຣາອິມ ເບນ ມັດຕີຢາຮູ, ເອກອັກຄະລັດຖະທູດ ອິດສະຣາແອນ ປະຈຳລາວ ຊຶ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງທ່ານ ເອບຟຣາອິມ ເບນ ມັດຕີຢາຮູ, ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ອິສະຣາແອນ ໃຫ້ນັບມື້ັນັບດີຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານທູດ ເອບຟຣາອິມ ເບນ ມັດຕີຢາຮູ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ດຣ. ທອງລຸນ ສີສຸລິດ ກໍ່ຄືລັດຖະບານ ແລະ ປະຊາຊົນລາວ ທີ່ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ ເພື່ອເຮັດໃຫ້ສອງປະເທດມີຄວາມເຂົ້າອົກເຂົ້າໃຈ ແລະ ມີການຮ່ວມມືກັນຫຼາຍຂຶ້ນໃນຕໍ່ໜ້າ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la