ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ໂທລະເລກສະແດງຄວາມເຫັນໃຈ
ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະ ທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມເຫັນໃຈ ຜ່ານທາງໂທລະເລກເຖິງ ສະຫຍາຍ ຮູ ຈິນ ທາວ, ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ແລະ ສະຫາຍ ເວີນ ເຈຍປາວ, ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ປະຊາຊົນ ຈີນ ພາຍຫລັງທີ່ໄດ້ຮັບຂ່າວວ່າ: ຢູ່ທາງພາກໃຕ້ຂອງຈີນ ໄດ້ເກີດມີໄພພິບັດທາງທຳມະຊາດຮ້າຍແຮງ ຊຶ່ງໄດ້ສ້າງຄວາມເສຍຫາຍທາງ ດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃນບໍລິເວນເຂດປົກຄອງຕົນເອງ ກວາງຊີຈວງ ທີ່ໃກ້ກັບເມືອງ ຟູຈຽນ ແຂວງຊຽງຕຸງ ແລະ ຈຽງຊີ ຢ່າງຫລວງ ຫລາຍພໍສົມຄວນ. ເນື້ອໃນຂອງໂທລະເລກດັ່ງກ່າວເວົ້າວ່າ: "ໃນນາມພັກ, ລັດຖະບານ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍສະແດງຄວາມເຫັນອົກ ເຫັນໃຈ ແລະ ແບ່ງເບົາຄວາມທຸກໂສກມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະໄປຍັງ ຄອບຄົວຜູ້ທີ່ປະສົບເຄາະຮ້າຍໃນເຂດດັ່ງກ່າວ. ພວກຂະພະເຈົ້າສະແດງຄວາມເຊື່ອໝັ້ນວ່າ: ດ້ວຍຄວາມເອົາໃຈໃສ່ຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຄວາມເສຍຫາຍດັ່ງກ່າວ ຈະໄດ້ຮັບການປົວແປງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນເຂດນັ້ນ ຈະໄດ້ກັບຄືນສູ່ຄວາມປົກກະຕິໂດຍໄວ."
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la