ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ສານສະແດງຄວາມເຫັນໃຈຂອງນາຍົກລັດຖະມົນຕີ

       ພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງສະຫາຍ ຫງວຽນ ເຕີນ ຢຸງ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ, ຊຶ່ງ​ມີ​ເນື້ອໃນ​ດັ່ງ​ນີ້: "ຂ້າພະເຈົ້າມີຄວາມໂສກເສົ້າເສຍໃຈ ເປັນຢ່າງຍິ່ງທີ່ໄດ້ຮັບຂ່າວວ່າ ໃນ​ໄລຍະສອງສາມວັນທີ່ຜ່ານມານີ້ໄດ້ເກີດມີຝົນຕົກຫນັກ ແລະ ນ້ຳຖ້ວມຢູ່​ໃນບັນດາແຂວງພາກເຫນືອຫວຽດນາມ ເປັນຕົ້ນ ​ແມ່ນແຂວງບັກກ້ານ, ກາວບັງ ແລະ ຮ່າຢາງ, ອັນໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມເປັນຈຳນວນຫລວງ ຫລາຍ. ຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ໃນນາມສ່ວນຕົວຂ້າພະເຈົ້າຂໍສະແດງ ຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງມາຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ແລະ ຂໍຜ່ານສະຫາຍໄປຍັງບັນດາທ້ອງຖິ່ນ ແລະ ຄອບ ຄົວຜູ້ທີ່ປະສົບເຄາະຮ້າຍຈາກໄພທຳມະຊາດໃນຄັ້ງນີ້ດ້ວຍ. ຂ້າພະເຈົ້າມີຄວາມເຊື່ອຫມັ້ນວ່າພາຍໃຕ້ການນຳພາ ແລະ ດ້ວຍຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ສ.ສ ຫວຽດນາມກໍ່ຄືດ້ວຍມູນເຊື້ອແຫ່ງການອູ້ມຊູຊ່ວຍເຫລືອເພື່ອແຜ່ຊຶ່ງກັນ ແລະ ກັນ ຂອງປະຊາຊົນຫວຽດນາມ, ສະພາບຄວາມຫຍຸ້ງຍາກຢູ່​ ໃນບັນດາແຂວງພາກເຫນືອ ແລະ ປະຊາຊົນທີ່ປະສົບເຄາະຮ້າຍຈາກໄພທຳມະຊາດໃນຄັ້ງນີ້ ຈະໄດ້ຮັບການແກ້ໄຂ ແລະ ເຮັດໃຫ້ຊີວິດການເປັນຢູ່ໄດ້ຮັບ ການຟື້ນຄືນສູ່ຄວາມປົກກະຕິໂດຍໄວ."

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la