ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 ລັດ​ຖະ​ບານ​​ຫວຽດ​ນາມ​ປະ​ດັບ​ຫລຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ ​ກົມ​ກອງ
ລວມ​ໜູ່ ແລະ​ບຸກ​ຄົນ​​ ກະ​ຊວງ​ການ​ຕ່າງ​ປະ​ເທດ

      ອິງຕາມມະ​ຕິ​ຕົກ​ລົງຂອງ​ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ​ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ​ ວ່າ​ດ້ວຍ​ການ​ປະ​ດັບ​ຫຼຽນ​ໄຊ​ມິດ​ຕະ​ພາບໃຫ້​ແກ່​ກົມ​ກອງ​ລວມ​ໜູ່ ແລະ ບຸກ​ຄົນ​ຂອງ​ກະ​ຊວງ​ການ​ຕ່າງ​ ປະ​ເທດ ແຫ່ງ ສ​ປ​ປ​ ລາວ, ຕອນ​ເຊົ້າ​ວັນ​ທີ 6 ມິ​ຖຸ​ນາ 2008, ຢູ່​ທີ່​ສູນ ໄອຊີທີຊີ, ນະຄອນ​ຫລວງ ວຽງ​ຈັນ, ສະ​ຫາຍ ຟ້າມ​ ຢາ​ ຄຽມ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ ​ຕ່າງ​ປະ​ເທດ ແຫ່ງ ສ​ສ ຫວຽດ​ນາມ ໄດ້​ຕາງ​ໜ້າ​ໃຫ້​ ພັກ-​ລັດ​ຖະ​ບານ ແຫ່ງ​ ສ​ສ.​ ຫວຽດ​ນາມ ປະ​ດັບ​ຫຼຽນ​ໄຊ​ມິດ​ຕະ​ພາບ ​​ໃຫ້ ແກ່ກົມອາ​ຊີ​-ປາ​ຊີ​ຟິກ ແລະ ອາ​ຟຣິກກາ, ກົມ​ອາ​ຊຽນ ແຫ່ງ ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ ສ​ປ​ປ ​ລາວ, ປະດັບຫລຽນໄຊມິດຕະພາບ ໃຫ້​ແກ່ ທ່ານ ພົງ​ສະ​ຫວັດ ບຸບ​ຜາ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ບຸນ​ເກີດ ສັງ​ສົມ​ສັກ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ບຸນ​ທອນ ແສງ​ຄຳ​ມີ, ອະ​ດິດ ​ເອກ​ອັກ​ຄະ​ລັດ​ຖະ​ທູດວິສາມັນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ​ ລາວ ປະ​ຈຳ ສ​ສ​ຫວຽດ​ນາມ ແຕ່ປີ 2003 - ​2007 ທີ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເສີມ​ສ້າງ ແລະ​​ ພັດ​ທະ​ນາ​ສາຍ​ພົວ​ພັນ ​ມິດ​ຕະ​ພາບ ແລະ ການຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ປະ​ເທດ​ ຫວຽດ​ນາມ ແລະ ​ລາວ.

     ທ່ານ ພົງ​ສະ​ຫວັດ ບຸບ​ຜາ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ຕາງ​ໜ້າ ​ໃຫ້​ກົມ​ກອງ​ລວມ​ໜູ່​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ​ບັນ​ດາ​ສະ​ຫາຍ​ລາວ ສະ​ແດງ​ຄວາມ​ຂອບ​ໃຈ ຢ່າງ​ຈິງ​ໃຈ​ມາ​ຍັງ​ສະ​ຫາຍ ຟ້າມ​ຢາ​ຄຽມ, ຮອງ​ນາ​ຍົກ​ລັດ​ຖະ​ມົນ, ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ການ ຕ່າງ​ປະ​ເທດ ກໍ່​ຄື​ພັກ ແລະ ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ​ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ທີ່​ໄດ້​ ປະ​ດັບ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ດັ່ງ​ກ່າວ​ ເນື່ອງ​ໃນ​ໂອ​ກາດ ການ​ສະ​ເຫລີມ​ສະ​ຫລອງ​ສອງວັນ​ປະ​ຫວັດ​ສາດ ຄື: ວັນ​ຄົບ​ຮອບ 45 ປີ ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ ແລະ ວັນຄົບຮອບ 30 ປີ​ ​ແຫ່ງ ​ການ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງປະເທດ ລາວ ແລະ ​ຫວຽດນາມ.

      ຫຼຽນ​ໄຊ​ມິດ​ຕະ​ພາບ​ທີ່​ລັດ​ຖະ​ບານ ສ​ສ​ ຫວຽດ​ນາມ ໄດ້​ມອບ​ໃຫ້​​ນີ້ ໄດ້​ໃຫ້​ຄວາມ​ສຳ​ຄັນ ແລະ ເປັນ​ການ​ຕີ​ລາ​ຄາ​ສູງຂອງ ​ພັກ ແລະ ລັດ​ຖະ​ບານ​ຫວຽດ​ນາມ​ ທີ່​ມີຕໍ່ ກະ​ຊວງ​ການ​ຕ່າງ​ ປະ​ເທດ​ລາວ ກໍ່​ຄື​ກົມ​ກອງ ແລະ ​ບຸກ​ຄົນ​ຂອງ​ຝ່າຍ​ລາວ ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ ຄູນ​ສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄວາມ​ສາ​ມັກ​ຄີແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ປະ​ເທດ​ ໃນໄລຍະຜ່ານ​ມາ. ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄວາມ​ສາ​ມັກ​ຄີອັນເປັນ ​ມູນ​ເຊື້ອ ລະ​ຫວ່າງ​ສອງ​ພັກ-​ລັດ​ຖະ​ບານ ກໍ່​ຄື​ປະ​ຊາ​ຊົນ​ສອງ​ຊາດ​ ລາວ -​ຫວຽດ​ນາມ ຍັງ​ເປັນ​ ມູນ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ສຳ​ລັບ​ພວກ​ເຮົາ ດັ່ງ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ ແລະ ທ່ານ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ແລະ ບັນ​ດາ​ການ​ນຳ​ຫລາຍ​ລຸ້ນ​ຄົນ​ໄດ້​ເອົາ​ໃຈ​ໃສ່​ເສີມ​ຂະ​ຫາຍ​ຕະ​ຫລອດ​ມາ.

____________________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la