ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ສະຫາຍ ຈູມມາລີ ໄຊຍະສອນ ຕ້ອນຮັບຜູ້ແທນ ສສ ຫວຽດນາມ

      ສະຫາຍ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມ ຂໍ່ານັບຂອງ ສະຫາຍ ຟ້າມຢາຄຽມ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງ ປະເທດ ແຫ່ງ ສ.ສ ຫວຽດນາມ, ພ້ອມຄະນະ ເມື່ອວັນທີ 6 ມິຖຸນາ 2008, ທີ່ ຫ້ອງຮັບແຂກ ສຳນັກງານປະທານປະເທດ.

     ໃນໂອກາດພົບປະໂອ້ລົມຄັ້ງນີ້, ສະຫາຍ ປະທານປະເທດ ກໍ່ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຂອງສະຫາຍ ຟ້າມຢາຄຽມ ແລະ ຄະນະ ເຊິ່ງ ເປັນການປະກອບສ່ວນ ອັນສຳຄັນຕໍ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍ ເຫລືອຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໃຫ້ແຫນ້ນແຟ້ນ ຍິ່ງໆຂຶ້ນ.

____________________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la