ທ່ານປະທານປະເທດ ຢ້ຽມຢາມທາງລັດຖະກິດປະເທດສິງກະໂປ
ໂດຍຕອບສະຫນອງຕາມຄຳເຊີນຂອງພະນະທ່ານ
ເອສອານາທານ,
ປະທານາທິບໍດີແຫ່ງ ສາທາລະນະລັດ ສິງກະໂປ,
ພະນະທ່ານ ຈູມມາລີ ໄຊຍະສອນ,
ປະທານປະເທດແຫ່ງ ສາທາ
ລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ສປປລາວ ໄດ້ຢ້ຽມຢາມທາງລັດຖະກິດ
ແຫ່ງ ສາທາລະນະລັດ ສິງກະໂປ ແຕ່ວັນທີ
8
ເຖິງ
11
ມິຖຸນາ
2008
ນີ້.
ພິທີສົ່ງທາງການໄດ້ຈັດຂຶ້ນໃນວັນທີ
6
ມິຖຸນາ
2008,
ທີ່ສຳນັກງານປະທານປະເທດ (ຫໍຄຳ) ໂດຍມີພະນະທ່ານ ອາຊາງ ລາວລີ,
ຮອງນາຍົກລັດຖະມົນຕີ,
ພ້ອມດ້ວຍ
ບັນດາທ່ານ
ລັດຖະມົນຕີວ່າການ ແລະ ທ່ານເອກອັກຄະລັດຖະທູດ ສິງກະໂປປະຈຳ
ສປປ ລາວ ກໍ່ໄດ້ອອກສົ່ງ.