ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ສະຫຍາຍ ບົວສອນ ບຸບຜາວັນຕ້ອນຮັບການເຂົ້າຢ້ຽມ
ຂໍ່ານັບຂອງສະຫາຍຮອງນາຍົກ ສສ ຫວຽດນາມ


      ໃນຕອນບ່າຍຂອງວັນທີ 6 ມິຖຸນາ 2008,​ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມຢາຄຽມ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 4 ຫາ 7 ມິຖຸນາ 2008 ທີ່ນະຄອນຫລວງວຽງຈັນ.

      ໃນໂອກາດນີ້, ສະຫາຍ ບົວສອນ ບຸບຜາວັນ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນດັ່ງກ່າວທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ - ສອງລັດ ກໍ່ຄືປະຊາຊົນສອງຊາດລາວ - ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບແຫນ້ນແຟ້ນ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ.

____________________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la