ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ຜູ້​ນຳ​ພັກ-​ລັດ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​​ແຂວງ​ດົງ​ນາຍ ແລະ​ນະຄອນຫລວງ

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 08 ກັນຍາ 2008, ຢູ່​ທີ່​ຫ້ອງ​ຮັບ​ແຂກ ​ສູນ​ກາງ​ ພັກ, ​ສະຫາຍ ​ຈູມ​ມາລີ ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່ ຄະນະບໍລິຫານ​ ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ, ປະ​ທານ​ປະ​ເທດແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ ​ສະຫາຍ ເຈີ​ນ ດິງ ​ແທັງ, ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ​ເລຂາ​ຄະນະ​ພັກ ​ແຂວງ ​ດົງ​ນາຍ ​ແລະ ຄະນະ ​ເນື່ອງ​ໃນ​ໂອກາດ​​ເດີນ​ທາງ​ມາ​ຢ້ຽມຢາມ ​ ແລະ ​ເຮັດ​ວຽກ​ຢູ່ນະຄອນ ຫລວງ​ວຽງ​ຈັນ​ແຕ່​ວັນ​ທີ 5-9 ກັນຍາ 2008.

ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ ສະຫາຍ ​ເຈີ​ນ ດິງ​ແທັງ ​ໄດ້​ນຳ​ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ແຂວງ​ດົງ​ນາຍ ເຂົ້າ​ຢ້ຽມ​ຂ່ຳນັບ ​ສະຫາຍ​ ບົວ​ສອນ ບຸບຜາ​ວັນ, ກຳມະການ​ກົມ​ການ​ເມືອງ​ ສູນ​ກາງ​ພັກ, ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ​ ຢູ່​ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ​ ນະຄອນຫລວງ​ວຽງ​ຈັນ​ ໂດຍ​ທີ່​ຜູ້​ນຳ​ພັກ-ລັດ​ເຮົາ​ໄດ້​​ຕີ​ລາຄາ​ສູງ​ການ​ພົວພັນ ​ຮ່ວມ​ມື​ລະຫວ່າງ​ແຂວງ​ດົງ​ນາຍ ​ກັບ​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ​ຂອງ​ນັກທຸລະກິດ​ຈາກ​ດົງ​ນາຍ ຢູ່​ນະຄອນຫລວງ​ວຽງ​ຈັນ ​ເຊິ່ງມີ​ຫລາຍກິດຈະການ​ສຳຄັນ ​ພວມໄດ້ຮັບການຈັດຕັ້ງ ປະຕິບັດຢ່າງ​ເປັນ​ຮູບ​ປະ​ທຳ ​ແລະ ​ເກີດ​ໝາກຜົນ​ແກ່​ສອງ​ຝ່າຍ.

ໃນ​ໂອກາດ​ເຂົ້າ​ຢ້ຽມຂ່ຳນັບ​, ຫົວໜ້າ​ຄະນະ​ຜູ້​ແທນ​ແຂວງ​ດົງ​ນາຍ​​ ໄດ້​ລາຍ​ງານ​ຜົນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຕົນຮ່ວມ​ກັບ​ຄະນະ​ພັກ ​ຄະນະ​ປົກຄອງ​ນະຄອນຫລວງ​ວຽງ​ຈັນ ໃຫ້​ແກ່​ສະ​ຫາຍ ​ເລຂາທິການ​ໃຫຍ່,​ ປະທານ​ປະ​ເທດ ​ແລະ ສະຫາຍ ນາຍົກລັດຖະມົນຕີ​ ບົວ​ສອນ ບຸບຜາ​ວັນ ໄດ້​ຮັບ​ຊາບ​ຊຶ່ງການ​ມາ​ຢ້ຽມຢາມ​ດັ່ງກ່າວ​​​ໃນ​ຄັ້ງນີ້ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ໃນ​ໂຄງ​ການ​ກໍ່ສ້າງ​ສໜາມ​ກອັຟ ຢູ່​ເຂດ​ບ້ານ​ດົງ​ໂພ​ສີ ເມືອງ​ຫາດ​ຊາຍ​ຟອງ, ​ນະຄອນຫລວງ​ວຽງ​ຈັນ​ ລະຫວ່າງ​ນະຄອນຫລວງ​ວຽງ​ຈັນ ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ລົງທຶນ ​ແລະ ທຸລະ​ກິດ​ ກອັຟລອງ​ແທັງ ​ແຂວງ​ດົງ​ນາຍ​ໃນ​ວັນ​ທີ 7 ກັນຍາ 2008 ນີ້. ໂຄງການ​ດັ່ງກ່າວ​ ມີ​ເນື້ອທີ່ກວມ​ເອົາ 500 ເຮັກຕາ ໃນມູນ​ຄ່າ​ການ​ລົງທຶນ 1 ຕື້​ໂດ​ລາ​ສະຫະລັດ, ​ເຊິ່ງປະກອບມີ​ສະໜາມ​ກອັຟ ​ແລະ ​ໂຮງ​ແຮມ 5 ດາວ.

ຜູ້ນຳ​ພັກ​-ລັດ​ເຮົາ​ໄດ້​ສະ​ແດງ​ຄວາມ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ​ຕໍ່ ສະຫາຍ ​ເຈີ​ນ ດິງ ​ແທັງ ​ແລະ ​ຄະນະ​​ໃນ​ການ​ມາ​ຢ້ຽມຢາມ​ ແລະ ​ເຮັດ​ວຽກ​ຢູ່​ນະຄອນຫລວງ​ວຽງ​ຈັນ​ໃນ​ຄັ້ງນີ້ ວ່າ​​ເປັນ​ການ​ປະກອບສ່ວນ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ-ລັດ​ກໍ່ຄື​ປະຊາຊົນ​ສອງ​ຊາດ ​ເວົ້າ​ລວມ​ເວົ້າ​ສະ​ເພາະ ​ແມ່ນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ຫລວງ​ວຽງ​ຈັນ ​ແລະ ​ແຂວງ​ດົງ​ນາຍ ໃຫ້​ນັບ​ມື້​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ.

01004, 23 Singha Road, Vientiane Capital, Lao PDR, Tel:856 21 413148, Fax: 856 21 414009 Email: ict@mofa.gov.la