|
|
|
ການພົວພັນ ລາວ-ອາເມລິກາ ມີບາດກ້າວຂະຫຍາຍຕົວ ທ່ານ ພົງສະຫວັດ ບຸບຜາ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ເຈມຄລາດ (Jame Clad), ຮອງຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ, ຮັບຜິດຊອບວຽກງານໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ໂດຍທີ່ທ່ານທັງສອງໄດ້ຕີລາຄາເຫັນວ່າ ຢູ່ໃນບັນຍາກາດດີ ແລະ ມີບາດກ້າວຂະຫຍາຍຕົວໃໝ່. ການພົບປະດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 8 ຕຸລາ 2008 ຢູ່ນະຄອນຫລວງວຽງຈັນ, ໃນໂອກາດທີ່ ຮອງຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນວັນທີ 7-9 ຕຸລາ 2008; ຊຶ່ງການພົບປະຄັ້ງນີ້ ທັງສອງຝ່າຍໄດ້ສັງເກດຕີລາຄາຄືນ ກ່ຽວກັບ ການພົວພັນຮ່ວມມື ລະຫວ່າງທັງສອງປະເທດໃນໄລຍະຜ່ານມາ ຊຶ່ງດຳເນີນໄປໃນບັນຍາກາດອັນດີ ແລະ ມີບາດກ້າວຂະຫຍາຍຕົວອັນໃໝ່, ໂດຍສະເພາະອັນພົ້ນເດັ່ນແມ່ນການພົວພັນ ແລະ ແລກປ່ຽນດ້ານການທະຫານ ຊຶ່ງທັງສອງປະເທດໄດ້ຕົກລົງກັນຢ່າງເປັນທາງການ ເພື່ອໃຫ້ມີການສ້າງຕັ້ງຫ້ອງການທີ່ປຶກສາທູດຝ່າຍທະຫານປະຈຳຢູ່ປະເທດຂອງກັນ ແລະ ກັນ. ສະເພາະໃນຂົງເຂດການຮ່ວມມືດ້ານວຽກງານຊອກຄົ້ນຫາສິ່ງເສດເຫລືອຂອງທະຫານອາເມລິກາ, ທ່ານ ເຈມຄລາດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນອາເມລິກາ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫລືອຂອງລັດຖະບານ ກໍ່ຄືຂອງປະຊາຊົນລາວໃນໄລຍະຜ່ານມາ ແລະ ສະເໜີໃຫ້ຝ່າຍລາວສືບຕໍ່ ໃຫ້ການຮ່ວມມືຕໍ່ໄປ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນນຳກັນ ກ່ຽວກັບຄວາມອາດສາມາດໃນການສົ່ງເສີມການພົວພັນ ແລະ ຮ່ວມມືລະຫວ່າງທັງສອງປະເທດໃນອະນາຄົດ. ໃນການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານຮອງຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ ຍັງໄດ້ໃຫ້ການບັນຍາຍປາຖະກະຖາ ຢູ່ສະຖາບັນການຕ່າງປະເທດ ໃນຫົວຂໍ້ “ນະໂຍບາຍຄວາມໝັ້ນຄົງຂອງ ສະຫະລັດອາເມລິກາ ຢູ່ໃນອາຊີຕາເວັນອອກສ່ຽງໃຕ້” ໂດຍມີເຈົ້າໜ້າທີ່ຂອງລາວຈາກຂະແໜງການ ຕ່າງໆ ເຂົ້າຮ່ວມຫລາຍກວ່າ 70 ທ່ານ. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |