ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ທູດລາວຍື່ນສານຕາຕັ້ງຕໍ່ເຈົ້າຟ້າຊາຍແຫ່ງ ລຸກຊຳບວກ

ໃນວັນທີ 2 ຕຸລາ 2008, ທ່ານ ສຸທຳ ສາກົນນິຍົມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ປະເທດແບນຊິກ ໄດ້ຍື່ນສານຕາຕັ້ງຕໍ່ ເຈົ້າຟ້າຊາຍແຫ່ງ ຣາຊະອານາຈັກລຸກຊຳບວກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ລຸກຊຳບວກ. ໃນໂອກາດນີ້, ເຈົ້າຟ້າຊາຍ ຮັງຣີ ແລະ ທູດລາວໄດ້ສົນທະນານຳກັນດ້ວຍຄວາມຮັກແພງລະຫວ່າງພະລາດຊະວັງ ແລະ ການນຳລາວເປັນຕົ້ນແມ່ນນໍ້າໃຈໄມຕີຈິດ ຂອງການນຳລາວ, ປະຊາຊົນລາວທີ່ມີຕໍ່ ເຈົ້າຟ້າຍິງ ມາເຣຍ ເຕເຣຊາ, ໃນໂອກາດມາຢ້ຽມຢາມລາວໃນປີ 2003 ແລະ ການໄປມາຫາສູ່ກັນລະຫວ່າງ ການນຳຂອງສອງປະເທດ. ເຈົ້າຟ້າຊາຍຮັງຣີ ຍັງໄດ້ຢືນຢັນອີກເທື່ອໜຶ່ງວ່າຈະເດີນທາງຢ້ຽມຢາມລາວຕາມການເຊື້ອເຊີນຂອງ ປະທານປະເທດລາວ.

ນອກຈາກນີ້, ເຈົ້າຟ້າຊາຍຮັງຣີ ຍັງໄດ້ສົນທະນາເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີນຳກັນ, ບັນຫາການລຶບລ້າງຄວາມທຸກຍາກຂອງປະຊາຊົນລາວ; ການດຳເນີນນະໂຍບາຍບ້ານໃກ້ ເຮືອນຄຽງທີ່ດີ, ນະໂຍບາຍສັນຕິພາບ ແລະ ການເຊື່ອມຕົວເຂົ້າກັບພາກພື້ນ ແລະ ສາກົນຂອງ ສປປ ລາວ, ທັງໝົດນີ້ແມ່ນເປັນທີ່ເພິ່ງພໍໃຈ ແກ່ພະລາຊະວັງ ແລະ ລັດຖະບານແຫ່ງ ຣາຊະອານາຈັກ ລຸກຊຳບວກຫລາຍທີ່ສຸດ.

ເຈົ້າຟ້າຊາຍຮັງຣີ ຍັງໄດ້ຢືນຢັນວ່າຈະຊຸກຍູ້ ແລະ ໃຫ້ການສະໜັບສະໜູນການສ້າງສາພັດທະນາ ສປປ ລາວ ສືບຕໍ່ໄປໃນອານາຄົດ ແລະ ເພິ່ນເອງຍັງໄດ້ຝາກຄວາມ ເສົ້າສະຫລົດໃຈມາເຖິງການນຳ ແລະ ປະຊາຊົນລາວ ຕໍ່ການເສຍຊີວິດຂອງທ່ານ ໜູຮັກ ພູມສະຫວັນ ອະດີດປະທານປະເທດ ແຫ່ງ ສປປ ລາວ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la