ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ພາສາລາວHomeThe MinistyForeign PolicySpeechesAgreementsDiplomatic RelationsConsular AffairsNews

ສານອວຍພອນວັນຊາດ ປ໋ອກຕຸຍການ

    ພະນະທ່ານ ຈູມມາລີໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ອານີບານ ກາວາໂກສິນວາ, ປະທານາທິບໍດີແຫ່ງ ສາທາລະນະລັດ ປ໋ອກຕຸຍການ, ທີ່ລິສບອນ ເຊິ່ງມີເນື້ອໃນວ່າ: ​ພະນະທ່ານ, ​ເນື່ອງໃນໂອກາດວັນຊາດແຫ່ງ ຣາຊະອານາຈັກ ຊູແອັດ, ​ໃນນາມລັດຖະບານແຫ່ງ ສປປ ລາວແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນແລະ ພອນໄຊອັນປະ​​ເສີດມາຍັງພະນະທ່ານແລະໂດຍຜ່ານພະນະທ່ານໄປຍັງລັດຖະບານແລະ ປະຊາຊົນຊູແອັດເພື່ອນມິດທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກແລະ ວັດທະນາຖາວອນ.

    ຂ້າພະເຈົ້າ​ ​ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດພວກເຮົາ ຈະສືບຕໍ່​​ເພີ່ມທະວີຮັດແໜ້ນ ສາຍພົວພັນທີ່ມີມາແລ້ວນັ້ນໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນອານາຄົດ ​​ເພື່ອຜົນ​ປະ​ໂຫຍ​ດຂອງປະຊາຊົນສອງຊາດພວກເຮົາເພື່ອສັນຕິພາບໂລກແລະ ການຮ່ວມມືສາກົນ.

    ໃນໂອກາດດຽວກັນ, ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ​ ​ແລະ ພະນະທ່ານ ດຣ.ທອງລຸນ ສີສຸລິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ພະນະທ່ານ ໂຈເຊໂຊເຄຣັດ, ນາຍົກລັດຖະມົນຕີແລະ ພະນະທ່ານ ຫລຸຍສ ຟີລິບ ມາກແກັດ ອາມາໂດ, ​​ລັດຖະມົນຕີວ່າການກະຊວງການຕ່າງ ປະເທດແຫ່ງ ສາທາລະນະລັດ ປ໋ອກຕຸຍການ ຕາມລຳດັບເຊັ່ນດຽວກັນ.

 

 

 

 

 

 

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la