ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

 ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ລາຍງານຄວາມ ຄືບໜ້າຂອງການປະຕິບັດ ເປົ້າໝາຍການ ພັດທະນາສະຫະສະວັດ 

ຕາມການສະເໜີຂອງ ອົງການສະຫະປະຊາຊາດ(ສປຊ) ກ່ຽວກັບການປະຕິບັດບັນດາເປົ້າໝາຍ ການພັດທະນາ ສະຫະ ສະວັດ ພາຍຫລັງທີ່ ສປຊ ແລະ ສາກົນຮັບຮອງເອົາໃນກອງປະຊຸມໃນໄລຍະຜ່ານມາ, ໃນວັນທີ 3 ກໍລະກົດ 2008, ທ່ານບຸນເກີດ ສັງສົມສັກ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງ ປະເທດລາວ, ໄດ້ສະເໜີບົດລາຍງານແຫ່ງຊາດ ກ່ຽວກັບການຈັດຕັ້ງ ປະຕິບັດ ເປົ້າໝາຍດດັ່ງກ່າວ ຕໍ່ກອງ ປະຊຸມປະຈຳປີ ຂອງສະພາເສດຖະກິດ-ສັງຄົມ ຂອງອົງການ ສປຊ ຢູ່ທີ່ ນິວຢອກ, ປະເທດ ສະຫະລັດ ອາເມລິກາ. 

 ທ່ານລັດຖະມົນຕີຊ່ວຍ ໄດ້ສະເໜີການປະຕີບັດວຽກງານຕົວຈິງ ທີ່ ສປປ ລາວ ເຮົາປະຕິບັດໄດ້ ກ່ຽວກັບຍຸດທະສາດແຫ່ງຊາດ ດ້ານການພັດທະນາ, ລວມເຖິງໝາກຜົນທີ່ຍາດມາໄດ້ ແລະ ຄວາມທ້າທາຍ ທີ່ ສປປ ລາວ ກຳລັງປະເຊີນໜ້າຢູ່ໃນການ ປະຕິບັດບັນດາເປົ້າໝາຍນັ້ນ ເຊຶ່ງເປັນດັ່ງພັນທະສາກົນທີ່ ສປປ ລາວ ພວມຕັ້ງໜ້າປະຕິບັດ.​ ໃນນັ້ນ,​ ທ່ານລັດຖະມົນຕີຊ່ວຍວ່າການ ໄດ້ຊີ້ໃຫ້ເຫັນເຖິງການຕັດສິນໃຈສູງ ຂອງລັດຖະບານ ສປປ ລາວ ໃນການດຳເນີນງານ ເພື່ອໃຫ້ບັນລຸຈຸດປະສົງ ຂອງບັນດາ ເປົ້າໝາຍເຫລົ່ານັ້ນ ໂດຍການຫັນເອົາເປົ້າໝາຍສາກົນ ມາເປັນເປົ້າໝາຍແຫ່ງຊາດ ຊຶ່ງວ່າມັນໄດ້ສະແດງອອກໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຂອງແຕ່ລະໄລຍະ ກໍຄືແຜນຍຸດທະສາດພັດທະນາ ແລະ ຫລຸດຜ່ອນຄວາມທຸກຍາກ.

ສຳລັບບັນຫາທີ່ພົ້ນເດັ່ນທີ່ລັດຖະບານ ແລະ ປະຊາຊົນລາວຍາດມາໄດ້ໃນການປະຕິບັດແຜນຍຸດດທະສາດ ແລະ ການປະຕິບັດເປົ້າໝາຍ ສະຫະສະວັດດ້ານການພັດທະນານັ້ນ ແມ່ນການດຳເນີນນະໂຍບາຍການຮ່ວມມືກັບສາກົນ ແລະ ນະໂຍບາຍການເຊື່ອມໂຍງ ດ້ານເສດຖະກິດໃນພາກພື້ນ ເພື່ອແນໃສ່ດຶງດູດການຮ່ວມມືຊ່ວຍເຫລືອ ແລະ ການລົງທຶນຈາກສາກົນ. ພ້ອມດຽວກັນນັ້ນ ກໍໄດ້ຫັນປະເທດລາວ ຈາກການທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍມາເປັນປະເທດທາງຜ່ານ ແລວເສດຖະກິດຕາເວັນ ອອກ-ຕາເວັນຕົກ, ເໜືອ-ໃຕ້ ແລະ ເຮັດໃຫ້ປະເທດລາວ ກາຍເປັນແຫລ່ງສະໜອງໄຟຟ້າແກ່ພາກພື້ນໃນອະນາຄົດຂ້າງໜ້າ.

ເຖິງຢ່າງໃດກໍຕາມ, ທ່ານ ບຸນເກີດ ຍັງໄດ້ຍົກບາງບັນຫາທີ່ ສປປ ລາວ ກຳລັງປະເຊີນຢູ່ ເຊຶ່ງວ່າຈະຕ້ອງໄດ້ຮັບການແກ້ໄຂໃຫ້ໄດ້ ເຊັ່ນວ່າ: ການສຶກສາ ທີ່ເຫັນວ່າອັດຕາສ່ວນການເຂົ້າໂຮງຮຽນຂອງເດັກຍິງຍັງມີຈຳນວນທີ່ໜ້ອຍຫລາຍ ແລະ  ດ້ານສາທາລະນະສຸກ ທີ່ກ່ຽວຂ້ອງ ກັບອັດຕາການຕາຍຂອງແມ່ ແລະ ເດັກ ທີ່ຍັງມີອັດຕາສູງຢູ່ພໍສົມຄວນ.​ ໃນການລາຍງານຕໍ່ທີ່ປະຊຸມຄັ້ງນີ້ ໄດ້ມີຫລາຍປະເທດ ໃຫ້ ຄວາມສົນໃຈໂດຍຕັ້ງຄຳຖາມ ແລະ ປະກອບຄຳເຫັນ ເປັນຕົ້ນແມ່ນ ຍີ່ປຸ່ນ, ອົດສະຕາລີ, ຊູແອດ, ນິວຊີແລນ, ມາເລເຊຍ ແລະ ໂບລິວີ.  

_____________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la