ຊາວລາວຢູ່ບັນດາປະເທດເອີຣົບເຮັດບຸນທອດຜ້າປ່າສາມັກຄີ
ວັນທີ
22
ມິຖຸນາ
2008,
ສະຖານທູດລາວ ທີ່ບຣຸກແຊນ,
ປະເທດແບນຊິກ ຮ່ວມກັບສະມາຄົມວັດລາວໄດ້ຈັດຕັ້ງ,
ນຳພາ ແລະ ເຕົ້າໂຮມຍາດຕິພີ່ນ້ອງຊາວລາວເຮັດບຸນທອດຜ້າປ່າຂຶ້ນ,
ຊຶ່ງການເຮັດບຸນທອດຜ້າປ່າຄັ້ງນີ້ໄດ້ມີ
ຊາວລາວ
ຈາກປະເທດ
ຝຣັ່ງ,
ລຸກຊຳບວກ,
ເຢຍລະມັນ ແລະ ຢູ່ປະເທດແບນຊິກເອງຈຳນວນປະມານ
200
ຄົນ
ເຂົ້າຮ່ວມ ແລະ ມີພຣະອາຈານ
ຈາກປະເທດຝຣັ່ງເສດ ສອງອົງເດີນທາງມາດຳເນີນສາສະກິດດັ່ງກ່າວຮ່ວມກັບ
ພຣະອາຈານທີ່ບຣຸກແຊນ.
ຜ່ານການບໍລິຈາກຮ່ວມກອງບຸນໄດ້ມີພຸດທະສາດສະນິກກະຊົນສັດທາບໍລິຈາກທານ
ລວມເປັນເງິນທັງຫມົດໄດ້ປະມານ
5000
ເອີໂຣ,
ຊຶ່ງເງິນ
ຈຳນວນດັ່ງ
ກ່າວໄດ້ມອບໃຫ້ເປັນການປະກອບສ່ວນ
ປະຕິສັງຂອນຄໍ້າຊູວັດລາວທີ່ບຣຸກແຊນ
ແລະ ວັດລາວທີ່ປະເທດຝຣັ່ງ ຕາມຈິດໃຈສັດທາ
ຂອງພີ່ນ້ອງຊາວລາວ.
ໃນໂອກາດດັ່ງກ່າວ,
ທ່ານ ສຸທຳ ສາກົນນິຍົມ, ເອອັກຄະລາດດສະທູດລາວ
ປະຈຳປະເທດແບນຊິກ
ໄດ້ໂອ້ລົມກັບ
ພີ່ນ້ອງຊາວລາວເຖິງຄວາມຫມາຍຄວາມສຳຄັນຂອງພຸດທະສາສະຫນາຕໍ່ວິຖີວິດຂອງຊາວລາວເຮົາມາຢ່າງຍາວນານ
ແລະ ໃນການປະກອບສ່ວນໃຫ້ແກ່ພາລະກິດທີ່ຕິດພັນກັບການຕໍ່ສູ້ປົດປ່ອຍຊາດ
ແລະ ຍັງໄດ້ຍ້ອງຍໍຊົມເຊີຍພີ່
ນ້ອງຊາວລາວໃນຕ່າງ
ປະເທດທີ່ຍັງຢຶດຫມັ້ນໃນຮີດຄອງປະເພນີ ແລະ ສາສະຫນາ.
ພ້ອມກັນນັ້ນ ກໍ່ຮຽກຮ້ອງ
ໃຫ້ທຸກຄົນສືບຕໍ່ຈິດໃຈດັ່ງກ່າວໂດຍສຶກສາອົບຮົມລູກຫລານ,
ຄົນລາວລຸ້ນໃຫມ່ໃຫ້ຮັກຫອມ ແລະ ປົກປັກຮັກສາ
ສາດສະຫນາພຸດສືບຕໍ່ໄປພາຍຫນ້າ.
ການຈັດທອດຜ້າປ່າສາມັກຄີດັ່ງກ່າວທີ່ປະເທດເອີຣົບນີ້
ຖືວ່າເປັນຄັ້ງທຳອິດ ແລະ ໃນອະນາຄົດສະຖານທູດລາວ
ທີ່ ບຣຸກແຊນໄດ້ມີແຜນການຈະຈັດຂຶ້ນອີກ ແລະ
ຈະນຳເງິນທຶນບໍລິຈາກເພື່ອມາຊ່ວຍວັດວາອາຮາມ ຫລື ສະຖານ
ທີ່ສາທາລະນະບ່ອນໃດຫນຶ່ງທີ່ມີຄວາມຕ້ອງການຢູ່ໃນ
ສປປ ລາວ,
ອີງໃສ່ຄວາມຫມາຍຄວາມສຳຄັນດັ່ງກ່າວ ແລະ ເພື່ອເປັນການປຸກລະດົມຈິດໃຈຊຸກຍູ້ການເຕົ້າໂຮມຄວາມສາມັກຄີຂອງພີ່ນ້ອງຊາວລາວຢູ່ຕ່າງປະເທດ.