ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

ເລີ່ມນຳໃຊ້ສັນຍາກ່ຽວກັບການສົ່ງເສີມ ແລະ ປົກປ້ອງ

ການລົງທຶນລະຫວ່າງ ລາວ - ຍີ່ປຸ່ນ

ອີງຕາມແຫລ່ງຂ່າວຈາກສະຖານທູດຍີ່ປຸ່ນປະຈຳ ສປປ ລາວໃຫ້ຮູ້ວ່າ: ສັນຍາກ່ຽວກັບການສົ່ງເສີມ ແລະ ປົກປ້ອງ ການລົງທຶນລະຫວ່າງລາວ-ຍີ່ປຸ່ນ ໄດ້ມີຜົນບັງຄັບໃຊ້ເມື່ອວັນທີ 3 ສິງຫາ 2008. ສັນຍາດັ່ງ ກ່າວໄດ້ຖືກລົງນາມ ໃນວັນທີ 16 ມັງກອນ 2008 ທີ່ໂຕກຽວ, ປະເທດຍີ່ປຸ່ນ ລະຫວ່າງ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ມາຊາຮິໂກະ ກູມູຣະ (Masahiko Koumura) ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງປະເທດຍີ່ປຸ່ນ ເຊິ່ງສັນຍາຈະ ເຮັດໃຫ້ການພົວພັນຮ່ວມມືທາງດ້ານ ເສດຖະກິດຂອງລາວ-ຍີ່ປຸ່ນ ມີຄວາມ ເຂັ້ມແຂງດ້ວຍການສົ່ງເສີມການລົງທຶນລະ ຫວ່າງສອງປະເທດ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la